ໃນວັນທີ 23 ສິງຫາ ຜ່ານມາ, ຄະນະອາຍາສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນຳເອົາຄະດີຄ້າຂາຍຢາເສບຕິດ ຂຶ້ນມາຕັດສິນ ຈໍາເລີຍຄະດີ ທີ 1 ຊື່ທ້າວ ລີແສງເລົ່າ ອາຍຸ 24 ປີ ຢູ່ບ້ານພູຂຽວ, ເມືອງໄຊ, ແຂວງອຸດົມໄຊ ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 12 ຕຸລາ 2016 ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ພ້ອມຢາບ້າ 990 ເມັດ; ຈໍາເລີຍຄະດີທີ 2 ຊື່ ທ້າວ ຈັງຢ້າ ອາຍຸ 21 ປີ ບ້ານໂຮມໄຊ, ເມືອງໄຊ, ແຂວງອຸດົມໄຊ ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 17 ກໍລະກົດ 2016.
ທ້າວ ລີແສງເລົ່າ ໄດ້ຮັບສາລະພາບໃນຫ້ອງປະຊຸມສານວ່າ: ໄດ້ເລີ່ມ ເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2013 ຈົນມາຮອດວັນທີ 12 ຕຸລາ 2016, ຜູ້ກ່ຽວໄດ້ໄປຊື້ຢາບ້າ 5 ຖົງ ເທົ່າກັບ 1.000 ເມັດ; ພາຍຫຼັງໄດ້ຢາບ້າມາແລ້ວ ໄດ້ນໍາໄປຂາຍໃຫ້ກັບໄວລຸ້ນພາຍໃນບ້ານ ຈໍານວນ 11 ເມັດ ຍັງເຫຼື່ອ 990 ເມັດ. ຈາກນັ້ນ, ເວລາຕໍ່ມາໄດ້ຖືກເຈົ້າ ໜ້າທີ່ກັກຕົວ ພ້ອມຂອງການຢາບ້າຈໍານວນດັ່ງກ່າວ.
ທ້າວ ຈັງຢ້າ ຈໍາເລີຍຄະດີທີ 2 ສາລະພາບວ່າ: ໄດ້ເລີ່ມຄ້າຂາຍຢາເສບ ຕິດມາແຕ່ປີ 2014 ຈົນມາຮອດວັນທີ 17 ກໍລະກົດ 2016, ຜູ້ກ່ຽວໄດ້ໄປ ຊື້ຢາບ້າຈໍານວນ 200 ເມັດ; ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ ກັບໄວລຸ້ນພາຍໃນບ້ານ ຈໍານວນ 148 ເມັດ ຍັງເຫຼື່ອ 52 ເມັດ. ຈາກນັ້ນ, ຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຂອງກາງດັ່ງກ່າວ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ, ເອກະສານຕ່າງໆ ຢູ່ໃນສໍານວນຄະດີ ແລະ ຄໍາຮັບສາລະພາບຂອງພວກຈຳເລີຍແລ້ວເຫັນວ່າ: ມີ ຄວາມຜິດຄົບ 4 ອົງປະກອບຂອງການກະທໍາຜິດ. ດ້ວຍເຫດນີ້, ຈຶ່ງເຫັນຄວນລົງໂທດພວກຈໍາເລີຍ ຄື: ຕັດສິນລົງໂທດ ຈໍາຄຸກຜູ້ລະ 5 ປີ ປັບໄໝຜູ້ລະ 10.000.000 ກີບ ໃນສະຖານຄ້າຂາຍຢາເສບຕິດ ຕາມມາດ າ 146 ຂໍ້ 2 ວັກ 1 ຂອງກົດໝາຍອາຍາ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ