ໃນວັນທີ 18 ສິງຫາ ຜ່ານມາ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອເປົ້າໝາຍຖືກສົງໄສຄ້າຢາເສບຕິດ ຊື່ທ້າວ ບົວລິວັນ ຫຼື ຕຸ້ຍ ອາຍຸ 47 ປີ ຢູ່ບ້ານເມືອງເກົ່າ, ເມືອງວຽງຄຳ, ແຂວງວຽງຈັນ ( ເຈົ້າຂອງເຮືອນ ) ພ້ອມທັງຢືດຂອງກາງຢາບ້າໄດ້ ເກືອບ 800 ເມັດ ແລະ ກັກຕົວມາ ສືບສວນ -ສອບສ່ວນ.
ຜ່ານການສືບສວນ, ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການກະທໍາຂອງ ທ້າວ ບົວລິວັນ ແມ່ນມີເຈດຕະນາຄ້າ-ຂາຍຢາເສບຕິດປະເພດຢາບ້າແທ້, ເຊິ່ງການກະທໍາດັ່ງກ່າວແມ່ນໄດ້ສ້າງຄວາມ ບໍ່ສະຫງົບ ແລະ ສ້າງຄວາມບໍ່ເປັນລະບຽບໃຫ້ແກ່ສັງຄົມ ທັງເປັນການກົດໜ່ວງທ່ວງດຶງ ການສ້າງສາພັດທະນາປະເທດຊາດ ແລະ ຜິດຕໍ່ກົດໝາຍອາຍາ ໃນມາດຕາ 146. ປັດຈຸບັນ, ເຈົ້າໜ້າທີ່ຍັງສືບຕໍ່ດຳເນີນການສືບສວນ-ສອບສວນ ທ້າວ ບົວລິວັນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາລົງໂທດ ຕາມລະບຽບກົດໝາຍ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ