ອີງຕາມບົດລາຍງານຫຍໍ້ ການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ, ແຜນການ 6 ເດືອນທ້າຍປີ 2017 ແລະ ທິດທາງ ປີ 2018 ຂອງທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ໃຫ້ຮູ້ວ່າ: ສໍາລັບແຜນ 6 ເດືອນທ້າຍປີ 2017 ແລະ ປີ 2018 ການຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ໄດ້ສົ່ງເສີມການນໍາໃຊ້ເງິນກີບ ແລະ ຊຳລະໂດຍບໍ່ໃຫ້ໃຊ້ເງິນສົດ, ພ້ອມທັງ ຈະສ້າງນິຕິກຳລຸ່ມກົດໝາຍ ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບ, ພ້ອມນີ້, ສືບຕໍ່ປັບປຸງກົນໄກ ຕິດຕາມກະແສ ເງິນເຂົ້າ-ອອກ ສປປ ລາວ ແລະ ໃຫ້ຢຸດເຊົາການອອກອະນຸດຍາດ ສ້າງຕັ້ງຮ້ານແລກປ່ຽນໃໝ່ຊົ່ວຄາວ, ພ້ອມທັງປັບປຸງນິຕິກຳ ແລະ ກົນໄກການຄຸ້ມຄອງ ການເຄື່ອນໄຫວຮ້ານແລກປ່ຽນເງິນຕາ ແລະ ສ້າງກົນໄກການຄຸ້ມຄອງ ລະບົບການຊຳລະສະສາງ ໂດຍການສ້າງກົດໝາຍ ວ່າດ້ວຍລະບົບການຊຳລະສະສາງ.
ສຳລັບ ນະໂຍບາຍອັດຕາແລກປ່ຽນ ແມ່ນເພື່ອແກ້ໄຂສ່ວນຕ່າງ ອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫລາດໃຫ້ຫຍັບເຂົ້າກັນຫລາຍຂຶ້ນ, ເຊິ່ງທະນາຄານແຫ່ງ ສປປ ລາວ ສືບຕໍ່ກຳນົດອັດຕາແລກປ່ຽນອ້າງອີງ, ສືບຕໍ່ກຳນົດສ່ວນຕ່າງ ລະຫວ່າງ ອັດຕາຊື້-ຂາຍເງິນຕາ ຕາມຂອບເຂດກຳນົດໄວ້ ແລະ ດັດປັບເມື່ອເຫັນວ່າຈຳເປັນ, ສືບຕໍ່ດັດສົມຕະຫລາດເງິນຕາຕ່າງປະເທດ ເມື່ອເຫັນວ່າຈຳເປັນເພື່ອໃຫ້ ທະນາຄານກາງ ສາມາດເປັນຜູ້ບັນຊາອັດຕາແລກປ່ຽນ ຂອງຕະຫລາດນອກລະບົບໄດ້ຢ່າງຂາດຕົວ ແລະ ພັດທະນາເຄື່ອງມືອະນຸພັນທາງການເງິນ ເພື່ອປ້ອງກັນຄວາມສ່ຽງຈາກອັດຕາແລກປ່ຽນ.
ພ້ອມນີ້, ວຽກງານການລະດົມທຶນ ທະນາຄານແຫ່ງຊາດ ສປປ ລາວ ຈະຊຸກຍູ້ໃຫ້ທະນາຄານທຸລະກິດ ລະດົມເງິນຝາກພາຍໃນປະເທດ ດ້ວຍຫລາຍຮູບການ ພ້ອມທັງຊຸກຍູ້ການພັດທະນາ ການບໍລິການ ໃຫ້ມີຄວາມທັນສະໄໝ ໃຫ້ລູກຄ້າສາມາດເຂົ້າເຖິງໄດ້ສະດວກ ແລະ ທົ່ວເຖິງ, ຊຸກຍູ້ໃຫ້ທະນາຄານທຸລະກິດພາຍໃນ ຊອກຫາແຫລ່ງທຶນໄລຍະຍາວ ຈາກ ຕ່າງປະເທດດ້ວຍຮູບການຕ່າງໆ ທີ່ເໝາະສົມ.
ສໍາລັບ ວຽກງານສິນເຊື່ອ ຊຸກຍູ້ໃຫ້ທະນາຄານທຸລະກິດ ລະດົມແຫລ່ງທຶນ ມາຈາກຕ່າງປະເທດ ສາມາດປ່ອຍເງິນກູ້ເປັນເງິນຕາຕ່າງປະເທດ ຢູ່ພາຍໃນປະເທດໄດ້, ຊຸກຍູ້ໃຫ້ທະນາຄານທຸລະກິດ ເປັນເຈົ້າການພັດທະນາ ຜະລິດຕະພັນສິນເຊື່ອໃຫ້ມີ ຄວາມຫລາກຫລາຍ ແລະ ສອດຄ່ອງກັບເປົ້າໝາຍ ການພັດທະນາ ເສດຖະກິດ-ສັງຄົມຂອງລັດ ແລະ ໃຫ້ສິນເຊື່ອຂອງທະນາຄານ ທຸລະກິດເພີ່ມຂຶ້ນຕາມແຜນທີ່ກຳນົດໄວ້; ພ້ອມທັງ ຄຸ້ມຄອງບໍ່ໃຫ້ອັດຕາສ່ວນໜີ້ເກີນກຳນົດ 3% ຂອງຍອດສິນເຊື່ອທັງໝົດ.
Editor: ຕະວັນ ແສງສະຫວັນ