ແຂວງ ສາລະວັນ ເລີ່ມລົງມືກໍ່ສ້າງເສັ້ນທາງປູດ້ວຍອັດສະຟານຄອນກຣີດ ແຫ່ງທຳອິດຂອງແຂວງ ເປັນທາງ 2 ຄອງແລ່ນ ໄລຍະທີ 1 (ແຕ່ຫ້ອງການຊາວໜຸ່ມແຂວງ ຫາ ສາມແຍກສະໜາມກິລາແຂວງ) ມີຄວາມຍາວ 2,5 ກິໂລແມັດ, ຄວາມກວ້າງ 14,8 ແມັດ ແລະ ມີດອນກາງທາງ, ພ້ອມຕິດຕັ້ງໄຟຟ້າເຍືອງທາງດອກໄຟຄູ່, ເຊີ່ງມີມູນຄ່າການກໍ່ສ້າງທັງໝົດເກືອບ 20 ຕື້ກີບ. .
ທ່ານ ພອນວິໄລ ໂງ່ນກະເສີມສຸກ ຫົວໜ້າໂຄງການກໍ່ສ້າງຂະຫຍາຍເສັ້ນທາງເທດສະບານແຂວງ ໄດ້ຜ່ານບົດລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂະຫຍາຍເສັ້ນທາງແຫ່ງນີ້ ເປັນໂຄງການທີ່ນອນໃນແຜນປັບປຸງຂະຫຍາຍເສັ້ນທາງ ແຕ່ເຮືອນຮັບແຂກແຂວງ ຫາ ສາມແຍກສະໜາມກິລາແຂວງ ມີລວງຍາວທັງໝົດ 3,7 ກິໂລແມັດ, ສຳລັບສົກປີ 2017 ນີ້ ສະພາປະຊາຊົນແຂວງ ໄດ້ອະນຸມັດໂຄງການ ໄລຍະທີ 1, ເຊີ່ງມີລວງຍາວ 2,5 ກິໂລແມັດ. ໄລຍະຜ່ານມາເສັ້ນທາງດັ່ງກ່າວແມ່ນໄດ້ຮັບການພັດທະນາແຕ່ປີ 2003 ແລະ ໄດ້ສືບຕໍ່ປູຢາງໃນ ປີ 2015 ແຕ່ຫ້ອງການຊາວໜຸ່ມແຂວງ ຫາ ສາມແຍກບ້ານໂພນບົກ ແລະ ແຕ່ສາມແຍກບ້ານໂພນບົກ ຫາ ສະໜາມກິລາແຂວງ ເປັນທາງປູດິນ ແລະ ໄດ້ຕັດຜ່ານ 2 ບ້ານຄື: ບ້ານນາເຫຼັກ ແລະ ບ້ານນາໂຄກ. ໂຄງການນີ້ ເປັນແຫ່ງທໍາອິດຂອງແຂວງ ທີ່ປູດ້ວຍອັດສະຟານຄອນກຣີດ ຄວາມໜາ 5 ຊັງຕິແມັດ, ມີດອນກາງທາງສູງ 30 ຊັງຕິແມັດ, ກວ້າງ 80 ຊັງຕິແມັດ ແລະ ຕິດຕັ້ງໄຟຟ້າເຍືອງທາງດອກໄຟຄູ່ ແລະ ມີທາງຍ່າງສອງຂ້າງ ເຮັດດ້ວຍວັດສະດຸຊັ້ນຮອງພື້ນທາງ, ມີມູນຄ່າການກໍ່ສ້າງທັງໝົດ 19.999 ລ້ານກວ່າກີບ, ໂດຍແມ່ນທຶນລັດຖະບານ 100%. ກໍານົດໄລຍະເວລາການກໍ່ສ້າງ 2 ປີ (ເລີ່ມແຕ່ວັນທີ 23 ສິງຫາ 2017 ເຖີງ 23 ສິງຫາ 2019) ໂດຍແມ່ນບໍລິສັດ ສົມໄຊ ກໍ່ສ້າງ ແລະ ສ້ອມແປງຂົວທາງຈໍາກັດ ເປັນຜູ້ຮັບເໝົາ.
ພິທີເຊັນສັນຍາ ໄດ້ຈັດຂຶ້ນໃນວັນທີ 22 ສິງຫາ ຜ່ານມານີ້ ຢູ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໃຫ້ກຽດລົງນາມເຊັນສັນຍາຄັ້ງນີ້ມີ ທ່ານ ບຸນຖຽນ ພົມມະວົງສີ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຜູ້ຊີ້ນຳວຽກງານຂົວທາງ, ທ່ານ ສົມໄຊ ລຸນທະປັນຍາ ປະທານບໍລິສັດ ສົມໄຊກໍ່ສ້າງ ແລະ ສ້ອມແປງຂົວທາງຈຳກັດ, ໂດຍຊ້ອງໜ້າ ທ່ານ ແສງດາລິດ ກັດຕິຍະສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.
Editor: ດາວໄຊ ສີວິໄລ