ສ່ວນວັດທະນາທຳຊຽງຄວນ ທີ່ຫລາຍຄົນຮູ້ຈັກ ແລະ ເຄີຍໄປທ່ອງທ່ຽວ ປະຈຸບັນ ກຳລັງຈະຖືກພັດທະນາຈາກນັກລົງທຶນ ເອກກະຊົນ ໂດຍບໍລິສັດ ທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈຳກັດ ຊຶ່ງຮັບອະນຸຍາດສຳປະທານສວນວັດທະນະທຳຊຽງຄວນ ຈາກອຳນາດການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທຳ ຕິດພັນກັບທຳມະຊາດທີ່ທັນສະໄໝ, ສວຍງາມ, ມີເອກະລັກ ພ້ອມສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອແນ່ໃສ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມໃຫ້ນັບມື້ຫຼາຍຂຶ້ນ.
ຂະນະທີທາງດ້ານທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອຳນວຍການບໍລິສັດ ທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈຳກັດ ບອກວ່າ: ສວນວັດທະນະທຳຊຽງຄວນ ເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທຳ ທີ່ຕິດພັນກັບປະຫວັດສາດ ທີ່ມີປະຫວັດອັນຍາວນານ ເປັນແຫຼ່ງທ່ອງທ່ຽວໜຶ່ງຕັ້ງຢູ່ລຽບແຄມນ້ຳຂອງ ປະກອບດ້ວຍສະພາບແວດລ້ອມທຳມະຊາດອຸດົມສົມບູນ ໂດຍເຫັນໄດ້ຄວາມສຳຄັນ ແລະ ທ່າແຮງທາງດ້ານເສດຖະກິດຂອງສວນດັ່ງກ່າວ ບໍລິສັດຈຶ່ງໄດ້ລົງທຶນປະມານ 40 ຕື້ກີບ ເພື່ອພັດທະນາສວນຊຽງຄວນໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽວຊົມໃຫ້ນັບມື້ຫຼາຍຂຶ້ນໃນອະນາຄົດຂ້າງໜ້າ ໂດຍມີອາຍຸສຳປະທານ 30 ປີ ແລະ ສາມາດຕໍ່ໄດ້.
ພິທີລົງນາມສັນຍາວ່າດ້ວຍການສຳປະທານ ສວນວັດທະນະທຳຊຽງຄວນ ຈັດຂຶ້ນວັນທີ 24 ສິງຫາ 2017 ຢູ່ສວນອິນແປງ ລະຫວ່າງ ທ່ານ ບຸນຕົງ ພອນສະຫວັດ, ຫົວໜ້າຫ້ອງການແຜນການເມືອງຫາດຊາຍຟອງ ແລະ ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອໍານວຍການບໍລິສັດ ທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈຳກັດ ມີທ່ານ ບຸນທາມ ພຸດທະວົງສາ, ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍຮອງເຈົ້າເມືອງ, ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
Editor: ຕະວັນ ແສງສະຫວັນ