ເພື່ອເປັນການ ສະເຫລີມສະຫລອງ ວັນຍຶດອຳນາດ 23 ສິງຫາ ຄົບຮອບ 42 ປີ( 23 ສິງຫາ 1975 - 23 ສິງຫາ 2017 ) ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ຈັດງານສະແດງສິລະປະມວນຊົນ ຂື້ນ ທີ່ສຸນການຄ້າລາວ-ໄອເຕັກ, ໃນຄ່ຳຄຶນ 23 ສິງຫາ 2017 ທີ່ຜ່ານມາ, ພາຍໃນງານສະແດງສີລະປະ ແມ່ນມີຫນ່ວຍສີລະປະຈາກແຕ່ລະເມືອງ ມາສະແດງ ທັງຟ້ອນ, ຂັບລຳ ແລະ ຮ້ອງເພງ. ເຂົ້າຮ່ວມຮັບຊົມການສະແດງ ຄັ້ງນີ້ ມີ ທ່ານ ຄຳປະດິດ ເຂັມມານິດ ຫົວຫນ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ, ທ່ານເຈົ້າເມືອງ, ຮອງເຈົ້້າເມືອງອ້ອມຂ້າງ, ມີຫົວຫນ້າຫ້ອງການ, ຫນ່ວຍງານອ້ອມຂ້າງ ແລະ ມວນຊົນ ເຂົ້າຮ່ວມຊົມ ເປັນຈຳນວນຫລວງຫລາຍ.
ທ່ານ ຄຳປະດິດ ເຂັມມານິດ ຫົວຫນ້າພະແນກ ຖວທ ນະຄອນຫລວງວຽງຈັນ ກ່າວວ່າ: ງານດັ່ງກ່າວວ່າ: ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຄວາມຈົງຮັກພັກດີ ຕໍ່ປະເທດຊາດ, ຕໍ່ບັນພະບູລຸດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຜູ້ເສຍສະຫລະຊີວິດຕໍ່ສູ່ເພື່ອປະເທດຊາດ ແລະ ພ້ອມທັງເປັນການປູກຈິດສຳນຶກໃຫ້ເຍົາວະຊົນ-ໄວຫນຸ່ມ ຄົນຮຸ້ນຫລັງ ໄດ້ຮັບຮູ້ ແລະ ເສີມຂະຫຍາຍມູນເຊື້ອ ວັນສຳຄັນດັ່ງກ່າວ. ສະເພາະງານສະແດງສິລະປະມວນຊົນ ຄັ້ງນີ້, ແມ່ນໄດ້ນຳເອົາການສະແດງ ປະຈຳຄະນະສີລະປະ ຈາກ 9 ຕົວເມືອງ ອ້ອມຂ້າງນະຄອນຫລວງວຽງຈັນ ທີ່ເປັນວັດທະນະທຳ ການຟ້ອນ, ບົດຂັບລຳ, ສຽງເພງ ຕ່າງໆ. ນອກຈາກນັ້ນ ຍັງມີການສະແດງ ທີ່ເປັນການປະກອບສ່ວນຈາກຂະແຫນງການຕ່າງໆ ທີ່ເພີ່ມສີສັນແກ່ ງານ ຄັ້ງນີ້. ສາມາດສ່ອງແສງໃຫ້ເຫັນເຖິງຮິດຄອງປະເພນີ-ວັດທະນະທຳ ອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ມູນເຊື້ອພິລະອາດຫານ ຕໍ່ສູ້ບໍ່ຍອມຈຳນົນ ຂອງບັນພະບູລຸດ, ປະຊາຊົນລາວບັນດາເຜົ່າ ມີມູນເຊື້ອດຸຫນັ່ນຂະຫຍັນພຽນ ໃນການສ້າງສາພັດທະນາບ້ານເມືອງ ໃຫ້ຮັ່ງມີສິວິໄລ.
ພິເສດ ງານຄັ້ງນີ້ ຍັງໄດ້ມີການເດີນແບບ ຈາກເດັກນ້ອຍຫນ້າຮັກ ແລະ ຫນຸ່ມສາວ ຈາກໂຄງການ ລາວຊຸບເປີ້ໂມເດວ 2017 ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ