ກອງປະຊຸມປຶກສາຫາລື ການກໍ່ສ້າງຮາກຖານການເມືອງ ທີ່ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້ເມືອງທ່າແຕງ ໄດ້ຈັດຂື້ນ ວັນທີ 22 ສິງຫາ 2017 ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າແຕງ, ແຂວງເຊກອງ ໂດຍພາຍໄຕ້ເປັນປະທານຂອງ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງທ່າແຕງ, ຜູ້ຊີ້ນໍາຂົງເຂດເສດຖະກິດ, ມີທ່ານ ສຸພົນ ໄຊສະຫງ່າ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫົວໜ້າ-ຮອງ 6 ເຂດຈຸດສຸ່ມພັດທະນາ, ຫົວໜ້າ-ຮອງໜ່ວຍງານ ພ້ອມດ້ວຍພະນັກງານວິຊາການ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ສຸພົນ ໄຊສະຫງ່າ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ກ່າວວ່າ: ກອງປະຊຸມປຶກສາຫາລື ແລະ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້ເມືອງຄັ້ງນີ້ ໃຫ້ບັນລຸ ຕາມວຽກງານສາມສ້າງເຂົ້າສູ່ລວງເລິກ, ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຂອງຂະແໜ່ງກະສິກໍາ ແລະ ປ່າໄມ້ ໃຫ້ເຊື່ອມໂຍງກັບນະໂຍບາຍຂອງທິດນໍາສາມສ້າງ, ທັງເປັນການປະກອບສ່ວນໂດຍກົງໃຫ້ບັນລຸຕາມ 4 ເນື້ອໃນ 4 ຄາດໝາຍ ທີ່ພັກເຮົາໄດ້ກໍານົດໄວ້ ຕາມ 4 ແຜ່ນງານໃຫ່ຍຂອງກະຊວງກະສິກໍາ ແລະ ປ່າໄມ້ວາງອອກ, ໂດຍສະເພາະ ແຜ່ນງານຄໍ້າປະກັນການຜະລິດສະບຽງອາຫານ, ແຜ່ນງານຜະລິດກະສິກໍາເປັນສິນຄ້າເປັນມິດກັບສິ່ງແວດລ້ອມ, ແຜ່ນງານຄຸ້ມຄອງຊັບພະຍາກອນ ແລະ ປ່າໄມ້ໃຫ້ຢືນຍົງ, ແຜ່ນງານພັດທະນາຊຸມຊົນ ແລະ ລຶບລ້າງຄວາມທຸກຍາກ ໃຫ້ບັນລຸຕາມແຜ່ນວາງໄວນັ້ນ ມັນຈິ່ງຮຽກຮ້ອງເຖິງພະນັກງານວິຊາການທຸກຂະແໜ່ງການຂອງເມືອງ,ເວົ້າສະເພາະ ຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ຫັນພະນັກງານລົງກໍ່ສ້າງຮາກຖານໃນ 6 ເຂດຈຸດສຸ່ມພັດທະນາຂອງເມືອງ ມີທັງໝົດ 27 ທ່ານ,ຍິງ 8 ທ່ານ, ໃນນີ້ ມີຄະນະຊີ້ນໍາ 3 ທ່ານ,ເຂດ 1 ເຖິງເຂດ 6 ມີເຂດລະ 4 ທ່ານ, ທີ່ຈະຕ້ອງສູ້ຊົນ, ເຮັດໃຫ້ສໍາເລັດໜ້າທີ່ຂອງຕົນຮັບຜິດຊອບ ບວກກັບທ່າແຮງທີ່ບົມຊ້ອນຂອງປະຊາຊົນໃນແຕ່ລະເຂດ, ແຕ່ລະທ້ອງຖິ່ນ ໃຫ້ເຂົ້າໃຈກ່ຽວກັບນະໂຍບາຍ, ມະຕິຄໍາສັ່ງຕ່າງໆຂອງຂັ້ນເທິງວາງອອກ ເພື່ອພັດທະນາໃນຂົງເຂດກະສິກໍາ ໃຫ້ນັບມື້ນັບເພື່ມຂື້ນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ໂອກາດນີ້ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ເນັ້ນໃຫ້ຄະນະຊີ້ນໍາ ແລະ ບັນດາສະຫາຍທີ່ຖືກແຕ່ງຕັ້ງລົງກໍ່ສ້າງຮາກຖານຄັ້ງນີ້ເອົາໃຈໃສຢ່າງເຄັ່ງຄັດ ຕໍ່ກັບບັນຫາການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງພັກ-ລັດຖະບານ ໂດຍສະເພາະ ຄໍາສັ່ງເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ຄໍາສັ່ງເລກທີ 15/ນຍ ວ່າດ້ວຍຫ້າມຂຸດຄົ້ນ ແລະ ສົ່ງອອກວັດຖຸດິບໄມ້ ເພື່ອຄືນຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະຊາດ ໃຫ້ຍືນຍົງ, ໃຫ້ສືບຕໍ່ໃນການປັບປຸງປົວແປງພັກໃຫ້ລົງເລິກຮອດຮາກຖານປະຊາຊົນໃຫ້ໜັກແໜ້ນ, ເອົາໃຈໃສ່ເຜີ່ຍແຜ່ບັນດາເຕັກນິກດ້ານວິຊາການຕ່າງໆ, ພ້ອມທັງຊຸກຍູ້, ຕິດຕາມຂະບວນການຜະລິດຂອງຊາວກະສິກອນຢ່າງເປັນປົກກະຕິຕໍ່ເນື່ອງ, ທ່ວງທັນກັບສະພາບການ, ເກັບກໍາຂໍ້ມູນບັນຫາທີ່ອາດຈະເກີດຂື້ນຕໍ່ຜົນການຜະລິດຂອງປະຊາຊົນ, ສະຫຼຸບລາຍງານການຈັດຕັ້ງປະຕິບັດໃຫ້ຂັ້ນເທິງເປັນໄລຍະ 1 ເດືອນ 3 ເດືອນ, 6 ເດືອນ ແລະ 1 ປີ ເປັນປົກກະຕິ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມຈິງໃຈຮັບໃຊ້ປະຊາຊົນຢ່າງແທ້ຈິງ ໃຫ້ສອດຄ່ອງກັບ 4 ຮ່ວມ ຄື: ຮ່ວມປຸກສ້າງ,ຮ່ວມຄິດ, ຮ່ວມເຮັດ, ຮ່ວມໄດ້ຜົນປະໂຫຍດ.ນອກນີ້ ຕ້ອງມີຄວາມເປັນເອກກະພາບໃນໝູ່ຄະນະ ພ້ອມກັນກໍ່ສ້າງສາພັດທະນາພື້ນຖານໂຄງລ່າງ,ເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຂື້ນຢ່າງບໍ່ຢຸດຢັ້ງ.
Editor: ກຳປານາດ ລັດຖະເຮົ້າ