ເຈົ້າໜ້າທີ່ກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເຂົ້າກວດຄົ້ນລົດ ໂດຍສານສາຍລະຫວ່າງປະເທດ ( ດານັງ-ວຽງຈັນ ) ພົບເຄື່ຶອງໃນສັດບໍ່ຖືກຕ້ອງຕາມ ລະບຽບກົດໝາຍ 600 ກວ່າກິໂລກຼາມ ເຈົ້າໜ້າທີ່ຈິ່ງຢຶດ ແລະ ນໍາຕົວຜູ້ທີ່ລັບລອບມາດໍາເນີນຄະດີ.
ເຈົ້າໜ້າທີ່ກົມຕໍາຫຼວດສິ່ງແວດລ້ອມ ໃຫ້ຮູ້ວ່າ: ໃນວັນທີ 13 ສິງຫາ 2017 ທີ່ຜ່ານມາ, ໄດ້ເຂົ້າກວດຄົ້ນລົດໂດຍສານລະຫວ່າງປະເທດ (ດານັງ-ວຽງຈັນ) ພົບເຫັນເຄື່ອງໃນໝູ, ງົວ, ຄວາຍ ແລະ ປາມຶກແຫ້ງ 600 ກວ່າກິໂລກຼາມ ພ້ອມກັກເຈົ້າຂອງສິນຄ້າ ຄື: ນາງ ຫວຽນ ທິ ຫງ່າ ອາຍຸ 51 ປີ, ສັນຊາດຫວຽດນາມ ພັກເຊົາ ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ແລະ ທ້າວ ດັງ ກັງ ບີ ອາຍຸ 54 ປີ, ສັນຊາດຫວຽດນາມ ພັກເຊົາ ຢູ່ຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ມາສອບສວນ.
ຜ່ານການສອບສວນພວກກ່ຽວສາລະພາບ ວ່າ: ໄດ້ລັກລອບນໍາສິນຄ້າປະເພດເຄື່ອງໃນສັດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ມາຈາກປະເທດຫວຽດນາມ ເພື່ອມາຈໍາໜ່າຍ ຢູ່ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງກ່າວເຕືອນສຶກສາອົບຮົມ ແລະ ປັບໃໝ ພ້ອມນໍາເອົາຂອງກາງທໍາລາຍຖິ້ມ.
ຂອບໃຈຂໍ້ມູນຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ