ເມື່ອບໍ່ດົນມານີ້, ຢູ່ຫ້ອງການກະສິກຳ-ປ່າໄມ້ເມືອງເຊໂປນ. ນຳໂດຍ ທ່ານ ບຸນເມືອງ ແກ້ວປັນຍາ ຄະນະຫ້ອງການກະສິກຳ-ປ່າໄມ້ເມືອງ ພ້ອມພະນັກງານພາຍໃນຫ້ອງການ ໄດ້ຕ້ອນຮັບທ່ານ ຈັນທະຄອນ ພິມວິໄລພອນ ຄະນະປະສານງານແຜນງານ ແຂວງສາລະວັນ, ທ່ານ ພູທອນ ປະທຸມມະແສງ ຄະນະປະສານງານແຜນງານ ແຂວງອັດຕະປື ພ້ອມຄະນະທິມງານທີ່ມາຈາກ ພະແນກກະສິກຳ ແລະ ປ່າໄມ້ ໃນ 02 ແຂວງພາກໃຕ້ ເຊິ່ງມີ 03 ເມືອງ ທີ່ເຂົ້າຮ່ວມມີເມືອງ ຕະໂອ້ຍ, ເມືອງສະໝ້ວຍ ແລະ ເມືອງພູວົງ, ທີ່ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາກ່ຽວກັບການປູກກ້ວຍໃນຈຳນວນ 25 ທ່ານ, ຍິງ 02 ທ່ານ,
ໃນພິທີ ທ່ານ ບຸນເມືອງ ແກ້ວປັນຍາ ກໍ່ໄດ້ໃຫ້ກຽດຂື້ນຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເຊໂປນ 2016-2017,ຫຼັງຈາກນັ້ນ ທ່ານ ອິນປັນ ແກ້ວດວງດີ ຫົວໜ້າບໍລິຫານກະສິກໍາ-ປ່າໄມ້ເມືອງ, ພ້ອມດ້ວຍທີມງານປູກຝັງຂອງເມືອງກໍ່ໄດ້ນຳພາຄະນະທິມງານພະແນກກະສິກຳປ່າໄມ້ 02 ແຂວງພາກໃຕ້ ພ້ອມຄະນະເດີນທາງໄປບ້ານຫ້ວຍສານ ເພື່ອໄປທັດສະນະ ແລະ ຖອດຖອນບົດຮຽນນຳພໍ່ແມ່ປະຊາຊົນ ບ້ານຫ້ວຍສານໃນການປູກກ້ວຍ, ທ່ານ ບຸນແຍ້ມ ພະໄຊ ເລຂາພັກ, ນາຍບ້ານຫ້ວຍສານໄດ້ຂື້້ນລາຍງານຫຍໍ້ຂອງບ້ານປະຈຸບັນບ້ານຫ້ວຍສານມີເນື້ອທີ່ນາປີ 92ເຮັກຕາ, ສະມັດຕະພາບ 03ໂຕນ /ເຮັກຕາ, ຜົນຜະລິດ 278 ໂຕນ, ນາແຊງ 30 ເຮັກຕາ, ສະມັດຕະພາບ 3,5 ໂຕນຕໍ່ ເຮັກຕາ, ຜົນຜະລິດ 105 ໂຕນ, ຜົນຜະລິະເຂົ້າເປືອກນາປີ, ນາແຊງ, ສະເລ່ຍໃສ່ຫົວຄົນໄດ້ 264 ກິໂລ/ປີ,ບ້ານຫ້ວຍສານ ເປັນບ້ານເອກະລາດຂື້້ນກັບການຊີ້ນໍາໆພາຂອງອົງຄະນະເມືອງເຊໂປນ ເຊິ່ງຕັ້ງ ຢູ່ທາງທິດຕາເວັນອອກຂອງເມືອງຕາມສາຍທາງເລກ 09 ປະມານ 40 ກິໂລແມັດ ແລະ ໃກ້ກັບເສັ້ນຊາຍແດນລາວ-ຫວຽດ 06 ກິໂລແມັດ, ຂອບເຂດຊີ້ນຳໆພາສອງຄຸ້ມໃຫຍ່ ຄື: ຫ້ວຍສານ ແລະ ຄຸ້ມຫ້ວຍລະອາເຊິ່ງປະກອບມີເຜົ່າຜູ້ໄທ ແລະ ເຜົ່າຕຣີ, ມີພົນລະເມືອງທັງໝົດ1447 ຄົນ, ຍິງ 726ຄົນ, 248 ຄົວເຮືອນ, 302ຄອບຄົວ, ຍັງທຸກ 32 ຄອບຄົວ, ປະຊາຊົນບ້ານຫ້ວຍສານສ່ວນໃຫຍ່ ຖືເອົາການຜະລິດກະສິກຳກະສິກຳເປັນອາຊີບຫຼັກ ເຊັ່ນ: ການເຮັດນາປູກເຂົ້າ, ເຮັດສວນປູກກ້ວຍ-ຢາງໂບງ ແລະ ລ້ຽງສັດເປັນເປັນອາຊີບສຳຮອງ. ຫຼັງຈາກນັ້ນ ທ່ານ ບຸນແຍ້ມ ພະໄຊ ນາຍບ້ານຫ້ວຍສານ ກໍ່ໄດ້ພາຄະນະທິມງານທີ່ມາຈາກສອງແຂວງພາກໃຕ້ໄປຢ້ຽມຊົມສວຍກ້ວຍ ແລະ ກໍ່ໄດ້ອະທິບາຍການປູກກ້ວຍແຕ່ລະຂັ້ນຕອນໃຫ້ຄະນະທິມງານທີ່ມາຈາກສອງແຂວງພາກໃຕ້ໃຫ້ຮູ້ກ່ຽວກັບການປູກ ແລະ ການເກັບຜົນຜະລິດ ເຊິ່ງໃນແຕ່ລະປີສາມາດຂາຍກ້ວຍສົ່ງອອກພາຍໃນປະເທດ ແລະ ຕ່າງປະເທດສາມາດສ້າງລາຍຮັບໃຫ້ຄອບຄົວໜຶ່ງບໍ່ຕໍ່າກວ່າ 10 ລ້ານກີບ ຂື້ນໄປຈຶ່ງເຮັດໃຫ້ຫຼາຍຄອບຄົວເປັນຄອບຄົວຕົວແບບ, ການພັດທະນາຟື້ນຖານໂຄງລ່າງຂອງແຕ່ລະຄອບຄົວແມ່ນ ມີເຮືອນຢູ່ແໜ້ນໜາຖາວອນ, ສາມາດສົ່ງລູກຫຼານເຂົ້າໂຮງຮຽນ, ມີເງີນແຮ່ໄວ້ຍາມສຸກເສີນພ້ອມກັນນັ້ນຍັງໄດ້ລະດົມພໍ່ແມ່ປະຊາຊົນສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ທະນຸເຄາະຊ່ວຍເຫລືອຍາມເຈັບເປັນອີກດ້ວຍ.
ຂ່າວຈາກ ຫ້ອງການ ຖວທ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ