ເມື່ອບໍ່ດົນມານີ້, ຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ທ່ານ ຮອງສາດສະດາຈານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດເປັນປະທານ ກອງປະຊຸມປຶກສາຫາລື ຮ່າງຂໍ້ກຳນົດ ເພື່ອຈັດຕັ້ງປະຕິບັດ ຂໍ້ກຳນົດດ້ານການຕະຫລາດ ຂອງຜະລິດຕະພັນທົດແທນ ນົມແມ່ ໃນ ສປປ ລາວ, ນອກນັ້ນ ຍັງມີຜູ້ຕາງຫນ້າຈາກອົງການອະນາໄມໂລກ ປະຈຳ ສປປ ລາວ, ມີບັນດາຫົວຫນ້າກົມ-ຮອງກົມ, ສະຖາບັນ, ຫົວຫນ້າສູນ, ຫົວຫນ້າໂຮງຫມໍ, ຄະນະພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ດັ່ງກ່າວ, ແມ່ນໄດ້ມີການປຶກສາຫາລື ຄົ້ນຄວ້າ ສົນທະນາ, ປະກອບສ່ວນດ້ານຄຳຄິດເຫັນ ແລະ ຮຽບຮຽງຮ່າງຂໍ້ກຳນົດ ເພື່ອຈັດຕັ້ງປະຕິບັດ, ຂໍ້ກຳນົດສາກົນດ້ານການຕະຫລາດຂອງຜະລິດຕະພັນທົດແທນນົມ, ໂດຍອິງຕາມມາດຕະຖານ ກົດລະຫັດສາກົນໃນການລ້ຽງລູກດ້ວຍນົມແມ່, ທັງເປັນການປັບປຸງ ຂໍ້ຕົກລົງ ວ່າດ້ວຍການຄວບຄຸມ ຜະລິດຕະພັນອາຫານ ເດັກ ອ່ອນ ແລະ ເດັກນ້ອຍ ໃນຂ ສປປ ລາວ.
ທ່ານ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ຮ່າງດຳລັດສະບັບນີ້, ມີຄວາມຫມາຍ-ຄວາມສຳຄັນ ຕໍ່ການລົງທຶນ ກໍ່ຄືການສຸມໃສ່ຂອງຄະນະກຳມະການຮ່າງດຳລັດ ເພື່ອໃຫ້ສຳເລັດ ແລະ ນຳໄປຈັດຕັ້ງປະຕິບັດຕົວຈິງ ໃນການຊຸກຍູ້ຕົວຊີ້ວັດ ແລະ ແຜນປະຕິບັດງານ ຍຸດທະສາດແຫ່ງຊາດດ້ານໂພສະນາການ ຕາມລະດັບຄາດຫມາຍທີ່ວາງໄວ້ ໂດຍສະເພາະແນໃສ່ປົກປ້ອງ, ສົ່ງເສີມ ແລະ ສະຫນັບສະຫນູນການລ້ຽງລູກດ້ວຍນ້ຳນົມແມ່ຢ່າງດຽວ ໃນໄລຍະເດືອນທຳອິດ ຂອງຊີວິດ ແລະ ສຶບຕໍ່ລ້ຽງລູກດ້ວຍນ້ຳນົມແມ່ ຈົນຮອດ 2 ປີ ຫລື ຫລາຍກວ່ານັນ, ສົມທົບກັບການໃຫ້ອາຫານເສີມ ທີ່ມີໃນທ້ອງຖິ່ນ ຫລື ຖ້າຈຳເປັນແມ່ນໃຂ້ຜະລິດຕະພັນອາຫານ ທີ່ມີຄຸນນະພາບ ແລະ ມີຄວາມປອດໄພ. ເພື່ອ້ຮັດໃຫ້ການປະຕິບັດ ວຽກງານດັ່ງກ່າວມີຄຸນນະພາບ, ມີປະສິດທິຜົນ ແລະ ຮັບປະກັນ ໃຫ້ແກ່ເດັກອ່ອນ ແລະ ເດັກນ້ອຍ ມີໂພສະນາການທີ່ດີ, ມີການຈະເລີນເຕີບໂຕ ທາງດ້ານຮ່າງກາຍ ແລະ ມັນສະຫມອງດີ, ເພື່ອສຸຂະພາບຂອງເດັກດີ ກາຍເປັນຊັບພະຍາກອນ ທີ່ມີຄຸນນະພາບ ໃນການສ້າງສາພັດທະນາປະເທດຊາດ ໃນອະນາຄົດ.
Editor: ກຳປານາດ ລັດຖະເຮົ້າ