ຕາມການເປີດເຜີຍຕໍ່ລາຍການເມືອງລາວວັນນີ້ ຂອງທ່ານຮອງປະທານສະມາຄົມເຟີນິເຈີລາວ, ທັງເປັນເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ ທ່ານ ກອງມາລາ ພົມມາໄລ, ບອກວ່າ: ສຳລັບ, ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ປະຈຳປີ 2017 ຫລື China-ASEAN Expo 2017 ຊຶ່ງຈະໄດ້ຈັດຂື້ນໃນລະຫວ່າງ ວັນທີ 12–15 ກັນຍາ 2017 ທີ່ຈະມາເຖິງນີ້ ຢູ່ທີ່ ນະຄອນຫນານຫນິງ, ສປ ຈີນ ຊຶ່ງຈະເປັນເວທີໃຫຍ່ສຳລັບຜູ້ປະກອບການທຸລະກິດຂອງລາວ ທີ່ຈະໄດ້ໂຄສະນາສິນຄ້າ ແລະ ນຳຜະລິດຜະລິດຕະພັນທີ່ໂດດເດັ່ນຂອງຕົນເຂົ້າຮ່ວມງານ ເພື່ອຊື້-ຂາຍໃຫ້ກັບລູກຄ້າຊາວຈີນ ແລະ ອາຊຽນ ພ້ອມນັ້ນ,ຍັງເປັນການສຶກສາຕະຫລາດ, ແລກປ່ຽນຂໍ້ມູນທຸລະກິດ ແລະ ຊອກຫາຄູ່ຄ້າເປົ້າຫມາຍໃນການຮ່ວມມືໃນອານາຄົດ.
ທາງດ້ານໂຮງງານ ເຄແອນບີ ເຟີນິເຈີ ທຸກໆປີ ແມ່ນໄດ້ນຳສິນຄ້າຜະລິດຕະພັນເຟີນິເຈີຂອງໂຮງງານ ເຂົ້າຮ່ວມງານຕະຫລອດມາ ແລະ ກໍ່ໄດ້ຮັບຄວາມສົນໃຈຈາກລູກຄ້າຊາວຈີນຢ່າງລົ້ນເຫລືອເກີນຄວາມຄາດຫມາຍໃນແຕ່ລະປີ ແລະ ໃນປີນີ້ເອງ ເຄແອນບີ ເຟີນິເຈີ ໄດ້ກຽມຜະລິດຕະພັນເຟີນິເຈີ ປະມານ 50-60 ລາຍການເຂົ້າຮ່ວມງານ ບໍ່ວ່າຈະເປັນ: ຊຸດຮັບຮັບແຂກ, ໂຕະ, ຕັ່ງ, ຕູ້, ຕຽງນອນ, ເຟີນິເຈີໃຊ້ສອຍທົ່ວໄປ ແລະ ອື່ນໆ ຊຶ່ງສົມທຽບໃສ່ປີຜ່ານມາເຫັນວ່າຍອດສິນຄ້າແມ່ນເພີ່ມຂື້ນ ປະມານ 10-20 ສ່ວນຮ້ອຍ ສ່ວນມູນຄ່າການຊື້-ຂາຍກໍ່ເພີ່ມຂື້ນເຊັ່ນກັນ ປະມານ 20-50 ສ່ວນຮ້ອຍໃນແຕ່ລະປີ ອັນໄດ້ສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ກັບພະນັກງານ ວິຊາການ ແລະ ກຳມະກອນ ພາຍໃນໂຮງງານໃຫ້ມີຄວາມຫມັ່ນຄົງ ເຮັດໃຫ້ຊີວິດການເປັນຢູ່ດີຂື້ນເທື່ອລະກ້າວ.
ຈາກຕົວເລກຄວາມຕ້ອງການສິນຄ້າເຟີນິເຈີຈາກໂຮງງານ ເຄແອນບີ ເຟີນິເຈີ ທີ່ເພີ່ມຂື້ນໃນທຸກໆປີ ສະແດງໃຫ້ເຫັນວ່າ ສີມືແຮງງານ, ການອອກແບບ, ວັດຖຸດິບ ລວມໄປເຖິງຄຸນນະພາບຂອງຜະລິດຕະພັນ ແມ່ນກົງກັບຄວາມຕ້ອງການຂອງລູກຄ້າຊາວຈີນ ແລະ ອາຊຽນ. ຊຶ່ງຜູ້ປະກອບການແມ່ນແນມເຫັນການເຕີບໂຕຂອງຕະຫລາດແລ້ວ, ແຕ່ເທິງຄວາມສົດໃສຂອງຕະຫລາດ ຊ້ຳພັດພົບພໍ້ກັບສິ່ງຖ້າທາຍທາງດ້ານນິກຳບາງຢ່າງ ເປັນຕົ້ນ: ປັດຈຸບັນ ຜະລິດຕະພັນຂອງສະມາຄົມເຟີນີເຈີລາວ ແມ່ນມີຕະຫຼາດຕ້ອງການ ແຕ່ບໍ່ສາມາດສົ່ງອອກໄດ້, ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການເຟີນິເຈີ ເພາະລຳພັງຕະຫລາດພາຍໃນ ຄວາມອາດສາມາດ ຫລື ກຳລັງການຊື້ແມ່ນບໍ່ສູງ ແລະ ເນື່ອງຈາກຜະລິດຕະພັນສິນຄ້າສ່ວນໃຫຍ່ ແມ່ນມີຂະໜາດເກີນມາດຖານ 12 ລາຍການ ບັນຊີທີ່ລັດອະນຸຍາດໃຫ້ສົ່ງອອກໄດ້ ສະນັ້ນ, ຈຶ່ງເຮັດໃຫ້ທຸລະກິດການຜະລິດເຟີນິເຈີພາຍໃນງຽບເຫງົາ ຍ້ອນສາເຫດບໍ່ສາມາດສົ່ງອອກຜະລິດຕະພັນໄດ້ບາງລາຍການໄດ້ ແລະ ສົ່ງຜົນກະທົບໂດຍກົງເຖິງການຢູ່ລອດຂອງທຸລະກິດ.
Editor: ຕະວັນ ແສງສະຫວັນ