ຕະຫຼາດນັດ ຈຳໜ່າຍຜະລິດຕະພັນໂອດ໊ອບ ແຫ່ງທີ 2 ເປີດຂື້ນຢ່າງເປັນທາງການ ມີຫ້ອງຂາຍ 24 ຫ້ອງ ເພື່ອເປັນການສົ່ງເສີມການຜະລິດເປັນສິນຄ້າຂອງນະຄອນຫຼວງວຽງຈັນ ໃຫ້ນັບມື້ນັບຂະຫຍາຍຕົວ ໂດຍສະເພາະສິນຄ້າໜຶ່ງເມື່ອງໜຶ່ງຜະລິດຕະພັນ ຫຼື ສິນຄ້າໂອດ໊ອບ ແລະ ພືດຜັກອີນຊີ ໃຫ້ມີຈຳໜ່າຍຢ່າງທົ່ວເຖິງ, ຍົກລະດັບລາຍຮັບຄ່ານິຍົມພັດທະນາໃຫ້ເປັນທີ່ຍອມຮັບ ຈາກສັງຄົມລາວ ແລະ ສາກົນ ພ້ອມດຽວກັນນັ້ນທັງເປັນການເປີດໂອກາດໃຫ້ແກ່ຊາວກະສິກອນ,ຊາວໄຮ່, ຊາວນາ, ຊາວສວນ ໄດ້ມີພື້ນທີ່ຈັດວາງສະແດງແລະຈຳໜ່າຍຜະລິດຕະພັນ ເພື່ອເປັນຊ່ອງທາງໃນການເຊື່ອມໂຍງການຕະຫຼາດ ຈາກຜູ້ຜະລິດລາວ ໄປຜູ້ບໍລິໂພກໂດຍກົງ.
ພິທີເປີດຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 23 ສິງຫາ 2017 ທີ່ສວນນໍ້າອິນແປງ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານເປີດຂອງ ທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມຈິດ ອິນທິມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເບີລີນ ເພັດຈັນທະຣາດ ຫົວໜ້າ ພະແນກອຸສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ
ທ່ານ ເບີລິນ ເພັດຈັນທະຣາດ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ກ່າວວ່າ: ການເປີດງານຕະຫຼາດນັດຄັ້ງນີ້ ກໍ່ເພື່ອເປັນການຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ, ພ້ອມທັງຈັດຕັ້ງປະຕິບັດສົ່ງເສີມການຜະລິດເປັນສິນຄ້າຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ກໍ່ຄື:ໂຄງການສົ່ງເສີມສິນຄ້າ 1 ບ້ານ 1 ຜະລິດຕະພັນ ແລະ 1 ເມື່ອງ ບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ໂດຍອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ ໂດຍພ້ອມການຈັດຕັ້ງນະໂຍບາຍຂອງກະຊວງອຸດສາຫະກຳ ແລະ ການຄ້າກ່ຽວກັບການຊຸກຍູ້ສົ່ງເສີມຜະລິດຕະພັນກາຍເປັນສິນຄ້າ.ທຸລະກິດຂະໜາດນ້ອຍ ແລະ ຂະຫນາດກາງ ຕິດພັນກັບວຽກງານສາມສ້າງ ເພື່ອຜັນຂະຫຍາຍຕາໜ່າງທາງດ້ານການຄ້າ ແລະ ກຳລັງຜະລິດຂັ້ນຮາກຖານໃຫ້ເຂັ້ມແຂງ-ກວ້າງຂວາງເທື່ອລະກ້າວ.
ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຢ່າງກວ້າງຂວາງ ເພິ່ງຕົນເອງ ກຸ້ມຕົນເອງ ແລະສ້າງີວາມເຂັ້ມແຂງດ້ວຍຕົນເອງ ລວມທັງເປັນການຮັກສາອະນຸລັກສິລະປະສີໄມ້ລາຍມືລວດລາຍລາວທີ່ປະດິດສ້າງຂຶ້ນຈາກພູມປັນຍາ ແລະ ມໍລະດົກຕົກທອດມາຫຼາຍເຊັ່ນຄົນໃຫ້ຢູ່ກັບຄົນລາວຕະຫຼອດໄປ, ເປັນການຊຸກຍູ້,ສົ່ງເສີມດ້ານການຕະຫຼາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດນຳໃຊ້ກາໜາຍໂອດ໊ອບແຫ່ງຊາດ, ພ້ອມກັນນັ້ນກໍ່ເພື່ອເປັນການໂຄສະນາຜະລິດຕະພັນທີ່ ມີຄຸນນະພາບ, ໄດ້ມາດຕະຖານ ອັນເປັນເອກກະລັກຄວາມເປັນລາງໃຫ້ແຂກພາຍໃນ ແລະ ຕ່າງປະເທດຮັບຮູ້ຢ່າງກວ້າງຂວາງ.
Editor: ກຳປານາດ ລັດຖະເຮົ້າ