ເມືອງວຽງຄາ ແມ່ນໜຶ່ງໃນຈຳນວນ 3 ເມືອງທຸກຍາກຂອງແຂວງ ຫຼວງນ້ຳທາ ແລະ ເປັນໜຶ່ງໃນບັນດາ ເມືອງທຸກຍາກ ທີ່ລັດຖະບານໄດ້ກຳນົດໄວ້. ທົ່ວເມືອງມີ 46 ບ້ານ, ມີພົນລະເມືອງທັງໝົດ 24,726 ຄົນ, 12, 629 ຄົນ, ມີ 8 ຊົນເຜົ່າ, ກອງທຶນຫຼຸດຜ່ອນຄວາມທຸກຍາກເລີ່ມເຂົ້າໄປໃຫ້ການຊ່ວຍເຫຼືອ ເມືອງວຽງພູຄາ ນັບແຕ່ປີ 2008 ເປັນຕົ້ນມາ ມາຮອດປີ 2016 ທີ່ຜ່ານມາ ໂຄງການທີ່ໄດ້ຈັດຕັ້ງປະຕິບັດທັງໝົດມີ 79 ໂຄງການ ກວມເອົາ 5 ຂະແໜງການຄື: ກະສິກຳ 33 ໂຄງການ, ສາທາລະນະສຸກ 19 ໂຄງການ, ໂຍທາທິການ 13 ໂຄງການ, ສຶກສາທິການ ແລະ ກິລາ 11 ໂຄງການ ແລະ ວຽກງານກ່ຽວກັບແມ່ຍິງ 3 ໂຄງການ ລວມມູນຄ່າ ທັງໝົດ 10 ຕື້ 15 ລ້ານກວ່າກີບ.
ຈາກການເຂົ້າມາຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ບວກກັບ ການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນຕ່າງໆ ໄດ້ປະກອບສ່ວນສໍາຄັນ ເຮັດໃຫ້ຄວາມທຸກຍາກຂອງປະຊາຊົນພາຍໃນເມືອງ ວຽງພູຄາ ຫຼຸດລົງຢ່າງຕໍ່ເນື່ອງ ປະຈຸບັນ ທົ່ວເມືອງຍັງເຫຼືອບ້ານທຸກຍາກ 15 ບ້ານ, ກວມເອົາ 30 ສ່ວນຮ້ອຍ ຂອງຈຳນວນບ້ານທັງໝົດ ຄອບຄົວທຸກຍາກຍັງເຫຼືອ 791 ຄອບຄົວ, ກວມເອົາເກືອບ 20 ສ່ວນຮ້ອຍ ຂອງຈໍານວນຄອບຄົວທັງໝົດພາຍໃນເມືອງ. ເຊິ່ງຄະນະພັກ ແລະ ອົງການປົກຄອງເມືອງ ຈະສູ້ຊົນໃຫ້ໄດ້ກ່ອນປີ 2020 ທີ່ຈະມາເຖິງນີ້ ສໍາລັບ ປີ 2017 ຮອບວຽນທີ 14 ກອງທຶນຫຼຸດຜ່ອນຄວາມທຸກຍາກນໍາໃຊ້ງົບປະມານ 1 ຕື້ 69 ລ້ານກວ່າກີບ ເຂົ້າໃນການຈັດຕັ້ງປະຕິບັດ 6 ໂຄງການຍ່ອຍຢູ່ພາຍໃນເມືອງວຽງພູຄາ, ແຂວງຫຼວງນ້ຳທາ ກວມເອົາ 4 ຂະແໜງການ ຄື: ສຶກສາທິການ ແລະ ກິລາ ແລະ ສາທາລະນະສຸກ ຂະແໜງລະ 2 ໂຄງການ, ກະສິກຳ ແລະ ໂຍທາທິການ, ຂະແໜງລະ 1 ໂຄງການ.
Editor: ດາວໄຊ ສີວິໄລ