ວັນທີ 10 ສິງຫາ 2017, ເຈົ້າໜ້າທີ່ ປກສ ເມືອງຮຸນ, ແຂວງອຸດົມໄຊ ໄດ້ນໍາກໍາລັງເຂົ້າຈັບຕົວເປົ້່າໝາຍໄດ້ 5 ຄົນ ຄື: ທ້າວ ຄໍາ ອາຍຸ 19 ປີ, ທ້າວ ຄໍາໄຊ ອາຍຸ 19 ປີ ທັງສອງ ຢູ່ບ້ານສີບຸນເຮືອງ, ທ້າວ ຈັນທາ ອາຍຸ 18 ປີ, ທ້າວ ຂັນທອງ ອາຍຸ 18 ປີ ທັງສອງຢູ່ ບ້ານນາວາງ, ເມືອງຮຸນ ແລະ ທ້າວ ປານ ອາຍຸ 20 ປີຢູ່ບ້ານຫ້ວຍລາ, ເມືອງແບ່ງ, ແຂວງອຸດົມໄຊ ພ້ອມກັບເກັບກູ້ໄດ້ລົດຈັກຄືນມາໄດ້ ຈໍານວນ 4 ຄັນ.
ຜ່ານການສອບສວນຂະຫຍາຍຜົນໃນເບື່ອງຕົ້ນ ພວກກ່ຽວທັງ 5 ຄົນ ສາລະພາບ ວ່າ: ພວກກ່ຽວໄດ້ຮ່ວມກັນເຄື່ອນໄຫວລັບຊັບຂອງພົນລະເມືອງແທ້ ( ລົດຈັກ ) ໂດຍໄດ້ພາກັນຂີ່ລົດຈັກຊອນທ້າຍກັນອອກໄປ ຊອກຫາລັກລົດຈັກຕາມບ້ານ ເມື່ອເຫັນລົດຈອດໄວ້ຕາມເຮືອນຂອງປະຊາຊົນ ແລ້ວເຫັນວ່າມີໂອກາດກໍລົງມືລັກ.
ປັດຈຸບັນ, ພວກກ່ຽວຖືກເຈົ້າໜ້າທີ່ກັກຂັງໄວ້ໃນຄ້າຍຄຸມຂັງ-ດັດສ້າງ ເພື່ອກຽມສະຫຼຸບສຳນວນຄະດີ ສົ່ງໃຫ້ສານຕັດສິນດຳເນີນຄະດີຕາມກົດໝາຍ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ