ທ່ານ ຄຳໄພ ສົມຊະນະ, ປະທານສະມາຄົມເຟີນີເຈີລາວ ໄດ້ເປີດເຜີຍວ່າ: ປັດຈຸບັນ ຜູ້ປະກອບການທຸລະກິດລາວ ໄດ້ພົບຫຼາຍບັນຫາ ທີ່ເປັນອຸປະສັກທີ່ເຮັດໃຫ້ການດຳເນີນທຸລະກິດຂາດໃຫ້ເຂັ້ມແຂງ ແລະ ບໍ່ມີການແຂ່ງຂັນ.
ສະນັ້ນ ຂະແໜງການກ່ຽວຂ້ອງຂອງພາກລັດ ກໍ່ຕ້ອງມີການປັບປຸງຫຼາຍບັນຫາ ທີ່ພາກທຸລະກິດສະເຫນີ ເພື່ອເຮັດໃຫ້ບັນຍາກາດໃນການດຳເນີນທຸລະກິດ ມີຄວາມຄ່ອງຕົວຫຼາຍຂຶ້ນ ເພື່ອແຂ່ງຂັນໃນເວທີ່ສາກົນ. ໃນໄລຍະຜ່ານມາ ການດຳເນີນທຸລະກິດ ກໍ່ມີຂໍ້ສະດວກ ແລະ ຍັງມີບາງຈຸດທີ່ພາກລັດເອງ ກໍ່ຕ້ອງໄດ້ປັບປຸງ ເພື່ອເຮັດໃຫ້ທຸລະກິດລາວມີຄວາມເຂັ້ມແຂງ ເປັນຕົ້ນແມ່ນ: 1 ຕ້ອງຂໍໃຫ້ພັກ-ລັດຖະບານ ເບິ່ງຄືນ ແລະ ປັບປຸງກົດໝາຍສົ່ງເສີມທຸລະກິດໃຫ້ໄດ້ຢ່າງແຂງແຮງ ແລະ ຄົບຖ້ວນ ຖືກຕ້ອງກັບສະພາບການດຳເນີນທຸລະກິດໃນປັດຈຸບັນ , 2 ພາຍຫຼັງມີກົດໝາຍແລ້ວ ກໍ່ຕ້ອງປະຕິບັດກົດໝາຍໃນການສົ່ງເສີມທຸລະກິດຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອໃຫ້ມີຄວາມເປັນທຳ ແລະ ໂປ່ງໃສ ຖ້າຜິດກໍ່ວ່າໄປຕາມຜິດ ຖືກກໍ່ວ່າໄປຕາມຖືກ ແລະ 3 ຂໍໃຫ້ລັດຖະບານ ກໍ່ຄືຂະແໜງການກ່ຽວຂ້ອງ ເບິ່ງຄືນນັກທຸລະກິດຜູ້ທີ່ເຮັດແທ້ທຳຈິງ, ນັກທຸລະກິດທີ່ມີຜົນສຳເລັດ ມີຜົນງານຜົນສຳເລັດທີ່ເປັນຮູບປະທຳ, ຖ້າມີບັນຫາກໍ່ຕ້ອງພ້ອມຮັບຟັງ ແລະ ຊ່ວຍເຫຼືອແກ້ໄຂ ຈຶ່ງຈະເຮັດໃຫ້ທຸລະກິດລາວພົ້ນເດັ່ນຂຶ້ນ ໃນປະເທດລາວ.
ທ່ານ ປະທານສະມາຄົມເຟີນີເຈີລາວ ໄດ້ກ່າວຕື່ມອີກວ່າ: ເຊິ່ງກ່ອນໜ້ານີ້ ໃນກອງປະຊຸມຫຼວງຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທ່ານ ນາຍົກລັດຖະມົນຕີ ກໍ່ມີຄຳເຫັນໃນກອງປະຊຸມທຸລະກິດລາວ ເນັ້ນໃຫ້ສະພາການຄ້າ ແລະ ຂະແໜງການກ່ຽວຂ້ອງ ເບິ່ງຄືນການຈັດອັນດັບໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ຫຼຸດລົງຈາກ 3 ຕົວເລກເປັນ 2 ຕົວເລກໄດ້ບໍ່ ຫຼື ຢູ່ອັນດັບທີ 100 ລົງມາ ເພື່ອຈະເຮັດໄດ້ແນວນັ້ນ ຕ້ອງປັບປຸງກົນໄກໃນການປະສານງານ ເຊິ່ງຮຽກຮ້ອງແທ້ໆ ທຸກພາກສ່ວນ ຕ້ອງຈິງໃຈ ເດັດຂາດ ພ້ອມກັນແກ້ເພື່ອເຮັດໃຫ້ບັນຍາກາດໃນການດຳເນີນທຸລະກິດດີຂຶ້ນ.
ທຸລະກິດຂະໜາດນ້ອຍ ແລະ ກາງໃນປະເທດລາວກວມ 95% ແຕ່ຂໍ້ມູນລາຍລະອຽດຕ່າງໆ ພວກເຮົາຍັງບໍ່ທັນ ມີຕົວເລກຂໍ້ມູນທີ່ຊັດເຈນ. ຕໍ່ອຸປະສັກຂອງສະມາຄົມເຟິນີເຈີ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍ່ໄດ້ເອົາໃຈໃສ່ ເຊິ່ງທີ່ປຶກສາກິດຕິມາສັກ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍ່ໄດ້ຍົກເອົາບັນຫາການເພີ່ມລາຍການບັນຊີໄມ້ ເພື່ອເຮັດໃຫ້ຜູ້ປະກອບການປຸງແຕ່ງເຟີນີເຈີ ທີ່ເປັນຜະລິດຕະພັນສຳເລັດຮູບ ໃຫ້ມີຄວາມອາດສາມາດສົ່ງອອກໄປຕ່າງປະເທດໄດ້.
Editor: ຕະວັນ ແສງສະຫວັນ