ໃນການລົງຕິດຕາມ ແລະ ມອບເງິນສະໜັບສະໜູນໃຫ້ກຸ່ມຫັດຖະກໍາຕໍ່າຫູກ ໄດ້ມີຂຶ້ນໃນວັນທີ 22 ສິງຫາ 2017 ທີ່ບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງນໍາໂດຍ ທ່ານ ນາງ ນາລີ ສີສຸລິດ ແລະ ທ່ານ ນາງ ຫວາດສະໜາ ຄຸດໄພທູນ ພ້ອມດ້ວຍຄະນະ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ວິລະສັກ ນາມມຸນຕີ ກຳມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງນາຊາຍທອງ ພ້ອມດ້ວຍຄະນະ, ມີນາຍບ້ານ ແລະ ກຸ່ມຫັດຖະກຳຕ່ຳຫູກບ້ານອ່າງນ້ຳຫຸມ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ວິລິສັກ ນາມມຸນຕີ ກ່າວວ່າ: ຊາວບ້ານອ່າງນໍ້າຫຸມ ໄດ້ຖືເອົາອາຊີບການຕ່ຳຫູກກວມເອົາສອງສ່ວນສາມຂອງຈຳນວນຄອບຄົວ ເຊິ່ງອາໄສເວລາ ຫວ່າງພາຍຫຼັງເລີກຈາກວຽກຈາກງານ ສ້າງລາຍຮັບເພີ່ມ 1 ລ້ານກວ່າກີບຕໍ່ກີ່ ໃຫ້ແກ່ຄອບຄົວເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ. ສຳລັບ ມື້ນີ້ຖືເປັນໂອກາດດີທີ ທ່ານ ພັນລະຍາ ທ່ານນາຍົກລັດຖະມົນຕີ ແລະ ທ່ານ ພັນລະຍາ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ນຳເອົາວັດຖຸປັດໄຈຈຳນວນໜຶ່ງ ຕົກເປັນມູນຄ່າ 28 ລ້ານກີບ ເຊິ່ງຈະເປັນກໍາລັງແຮງອັນສໍາຄັນໃນການພັດທະນາຂອງກຸ່ມຫັດຖະກໍາຕ່ຳຫູກບ້ານອ່າງນ້ຳຫຸມ ໃຫ້ມີຄວາມເຂັ້ມແຂງເຕີບໃຫຍ່ຂຶ້ນຕື່ມ. ບ້ານອ່າງນໍ້າຫຸມ ກໍາລັງຢູ່ໃນຂັ້ນຕອນການກະກຽມເພື່ອສະເໜີ ສ້າງຕັ້ງເປັນບ້ານຫັດຖະກຳ ຖ້າໄດ້ຮັບການຮັບຮອງ ຖືວ່າຈະເປັນບ້ານທຳອິດຂອງເມືອງນາຊາຍທອງ ແລະ ເປັນບ້ານທຳອິດຂອງທົ່ວນະຄອນຫຼວງວຽງຈັນ. ໃນປັດຈຸບັນ ແມ່ນໄດ້ປະກອບສຳນວນເອກະສານ ເພື່ອສະເໜີຫານະຄອນຫຼວງວຽງຈັນ ແລະ ກະຊວງໃນຂັ້ນຕໍ່ໄປ.
ທ່ານ ນາງ ຄໍາພາ ແກ້ວສະຫວາດ ຫົວໜ້າກຸ່ມຫັດຖະກໍາຕໍ່າຫູກບ້ານອ່າງນໍ້າຫຸມ ກ່າວວ່າ: ພາຍໃນບ້ານມີ 350 ຄອບຄົວ, ມີ 250 ຄອບຄົວທີ່ຖືເອົາຫັດຖະກໍາຕໍ່າຫູກສ້າງລາຍຮັບເພີ່ມ ແລະ ໃນນັ້ນ 90 ຄອບຄົວເປັນສະມາຊິກ. ການຜະລິດໃນໄລຍະຜ່ານມາ ພາຍໃນກຸ່ມຂອງພວກເຮົາແມ່ນພົບຂໍ້ຫຍຸ້ງຍາກ ໂດຍສະເພາະແມ່ນດ້ານທຶນຮອນບໍ່ພຽງພໍ່ຕໍ່ການຜະລິດຫັດຖະກຳ ເພື່ອສະໜອງໃຫ້ລູກຄ້າ.
ທ່ານ ນາງ ນາລີ ສີສຸລິດ ກ່າວວ່າ: ກ່ອນອື່ນໝົດຂໍຊົມເຊີຍຕໍ່ຄວາມດຸໝັ່ນຂະຫຍັນພຽງຂອງເອື້ອຍນ້ອງແມ່ຍິງລາວເຮົາ ທີ່ໄດ້ເອົາໃຈໃສ່ພັດທະນາ ແລະ ສົ່ງເສີມຫັດຖະກຳລາວ ຈົນສາມາດສ້າງລາຍຮັບເພີ່ມໃຫ້ກັບຄອບຄົວ ໃຫ້ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ ແລະ ໃຫ້ສືບຕໍ່ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ມູນເຊື້ອອັນດີງາມ. ນອກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ກຸ່ມຫັດຖະກຳໃຊ້ວັດຖຸດິບທີ່ເຮັດຂຶ້ນມາເອງ ໂດຍສະເພາະແມ່ນການປູກມອນ–ລ້ຽງມ້ອນ, ຈັດຕັ້ງກຸ່ມປູກ, ກຸ່ມຍ້ອມສີ ແລະ ອື່ນໆ. ເນື່ອງຈາກວ່າໃນປັດຈຸບັນເຫັນວ່າ ວັດຖຸດິບ ແມ່ນຍັງຊື້ຕາມຕະຫຼາດທົ່ວໄປຢູ່.
Editor: ຕະວັນ ແສງສະຫວັນ