ເມື່ອບໍ່ດົນມານີ້ ຢູ່ທີ່ແຫຼ່ງທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຊອນ ແດນຫົງພູສູງ ສວນອຸທິຍານພຶກສາສາດ ຊຸມຊົນສະມາຄົມອາຊຽນ, ບ້ານ ນາຍາງ ເມືອງ ນາຊາຍທອງ "ທ່ານ ຄຳໄພ ສົມຊະນະ" ປະທານ ກຸ່ມບໍລິສັດ ຄຳໄພ ຊະນະ, ທັງເປັນປະທານ ສະມາຄົມເຟີນິເຈີລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຮູ້ວ່າ: ໃນວັນທີ 17 ມິຖຸນາ 2016 ກຸ່ມບໍລິສັດພວກເຮົາ ໄດ້ມີແຜນການປູກຕົ້ນໄມ້ຈຳນວນ 4 ລ້ານຕົ້ນ ຢູ່ບໍລິເວນ ສະຖານທີ່ທ່ອງທ່ຽວທຳມະຊາດ ນ້ຳຕົກ ຕາດຊອນ ແດນຫົງພູສູງ ສວນອຸທິຍານ ພຶກສາສາດ ຊຸມຊົນສະມາຄົມອາຊຽນ (ເຂດບ້ານນາຍາງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ). ເປົ້າໝາຍ ເພື່ອໂຄສະນາເຜີຍແຜ່ ໃຫ້ທຸກພາກສ່ວນທົ່ວສັງຄົມ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງຕົ້ນໄມ້ ແລະ ປ່າໄມ້ ຕໍ່ກັບການດຳລົງຊີວິດປະຈຳວັນຂອງມະນຸດ, ສ້າງເປັນຕົວແບບໃນ ການປູກໄມ້ ແລະ ຟື້ນຟູປ່າ ໃນເຊີງອະນຸລັກໃຫ້ມີຄວາມຫຼາກຫຼາຍດ້ານຊະນິດພັນໄມ້, ຊີວະນາໆພັນ, ມີອາກາດທີ່ສະອາດ, ເປັນປອດຫາຍໃຈຂອງນະຄອນຫຼວງວຽງຈັນ ກຸ່ມບໍລິສັດພວກເຮົາມີແຜນ ການປູກຕົ້ນໄມ້ແຕ່ລະປີໃນຕໍ່ໜ້າອີກດ້ວຍ.