ກອງປະຊຸມຄັ້ງນີ້ ໄດ້ຈັດຂື້ນ ທີ່ກະຊວງສາທາລະນະສຸກ ໃນວັນທີ 22 ສິງຫາ 2017 ນີ້, ໂດຍການເປັນປະທານ ຂອງ ທ່ານ ດຣ. ນາງ ໄກສອນ ຈຸນລະມະນີ ຮອງຫົວຫນ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ເຂົ້າຮ່ວມມີບັນດາ ຄະນະກຳມະການຮັບຜິດຊອບ ກົມ-ກອງ ທີ່ກ້ຽວຂ້ອງ ທີ່ເຮັດວຽກກ່ຽວກັບການຄວບຄຸມຢາສູບ.
ອິງຕາມ ກົດຫມາຍວ່າດ້ວຍການຄວບຄຸມຢາສູບ ສະບັບເລກທີ 07/ສພຊ ລົງວັນທີ 26 ພະຈິກ 2009, ອິງຕາມດຳລັດວ່າດ້ວຍການຈັດຕັງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມຢາສູບ ສະບັບເລກທີ 214/ນຍ ລົງວັນທີ 21 ພຶດສະພາ 2012, ອິງຕາມ ຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດ ກົດຫມາຍວ່າດ້ວຍການຄວບຄຸມຢາສູບ ແລະ ອິງຕາມກອງປະຊຸມ ຂອງຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມຢາສູບ ຄັ້ງວັນທີ 28 ກໍລະກົດ 2017
ຫົວຫນ້າກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມຢາສູບ ຂໍແຈ້ງ ເຖິງພໍ່ແມ່ປະຊາຊົນ ຊາວຄ້າຂາຍ ຍົກ ແລະ ຍ່ອຍ ລວມທັງຜູ້ຊົມໃຊ້ຜະລິດຕະພັນຢາສູບ ໃນຂອບເຂດທົ່ວປະເທດ ຊາບຢ່າງທົ່ວເຖິງການວ່າ, ຜະລິດຕະພັນຢາສູບ ທີ່ຜະລິດ ແລະ ນຳເຂົ້າມາຈາກຕ່າງປະເທດ ເພື່ອນຳມາຈຳຫນ່າຍໃນ ສປປ ລາວ ແມ່ນຕ້ອງໄດ້ປະຕິບັດ ດັ່ງນີ້:
1/ ນັບແຕ່ວັນທີ 1 ກັນຍາ 2017 ຜະລິດຕະພັນຢາສູບ ທີ່ວາງຈຳຫນ່າຍ ໃນບັນດາຫ້າງຮ້ານ ລວມທັງຮ້ານຂາຍຍົກ, ຂາຍຍ່ອຍ ໃນຂອບເຂດທົ່ວປະເທດ ຕ້ອງມີຄຳເຕືອນສຸຂະພາບ ທີ່ເປັນຮູບ ຂະຫນາດ 75 ສ່ວນຮ້ອຍ. ໃສຊອງ ແລະ ຕຸດ ຢາສູບ ເທົ່ານັ້ນ.
2/ ຜະລິດຕະພັນຢາສູບໃດ ບໍ່ມີຄຳເຕືອນສຸຂະພາບ ທີ່ເປັນຮູບ ຂະຫນາດ 75 ສ່ວນຮ້ອຍ ໃສ່ຊອງ ແລະ ຕຸດຢາສູບ ຖືວ່າເປັນຜະລິດຕະພັນຢາສູບເຖື່ອນ.
3/ ຖ້າເຈົ້າຫນ້າທີ່ກ່ຽວຂ້ອງຫາກພົບເຫັນ ຜະລິດຕະພັນຢາດັ່ງກ່າວ ທີ່ບໍ່ມີຄຳເຕືອນສຸຂະພາບ ແມ່ນຈະຖືກປະຕິບັດຕາມລະບຽບກົດຫມາຍ ຢ່າງເຂັ້ມງວດ.
4/ ຫາກຜູ້ໃດພົບເຫັນ ຜະລິດຕະພັນຢາສູບ ທີ່ບໍ່ມີຄຳເຕືອນ ສຸຂະພາບ ເປັນຮູບພາບ ຂະຫນາດ 75 ສ່ວນຮ້ອຍ ໃນຊອງ ແລະ ຕຸດຢາສູບ ສາມາດແຈ້ງໄປຍັງ ຫ້ອງການກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໂທລະສັບ 021: 214010, 021: 255106 ຫລື ແຈ້ງຫ້ອງການພະແນກສາທາລະນະສຸກແຂວງ ໃນແຕ່ລະແຂງ ຂອບເຂດທົ່ວປະເທດ.
Editor: ກຳປານາດ ລັດຖະເຮົ້າ