ຮອບຊະນະເລີດ ລາວຊູບເປີ້ໂມເດວ 2017 ໄດ້ຈັດຂື້ນ ໃນຄ່ຳຄືນ ວັນທີ 19 ສິງຫາ 2017 ທີ່ຜ່ານມາ, ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ໂດຍໄດ້ຮັບຜົນສຳເລັດຢ່າງດີງາມ ໂດຍມີການປະກາດ ແລະ ມອບລາງວັນຕ່າງໆ ຫລາກຫລາຍລາງວັນ. ສຳລັບ ລາງວັນຂວັນໃຈ ມະຫາຊົນ ສຳລັບເດັກນ້ອຍຫນ້າຮັກ ແມ່ນຕົກເປັນຂອງ ນາງ ແຊນດີ ແລະ ທ້າວ ໂລແກນ ໄດ້ຮັບເງີນລາງວັນ 5 ແສນກີບ, ລາງວັນຂວັນໃຈມະຫາຊົນ ສຳລັບຊາຍແບບ ແລະ ນາງແບບ ຕົກເປັນຂອງ ນາງ ຕຸກຄິກ ແລະ ທ້າວ ບິນລີ ໄດ້ຮັບເງິນລາງວັນ 1 ລ້ານກີບ.
ລາງວັນຂວັນໃຈຊ່າງພາບ ສຳລັບເດັກນ້ອຍຫນ້າຮັກ ຕົກເປັນຂອງ ນາງ ແຊນຕ້າ ແລະ ທ້າວ ຄີຕ້າ ໄດ້ຮັບເງີນລາງວັນ 1 ລ້ານກີບ, ຂວັນໃຈຊ່າງພາບ ສຳລັບຊາຍແບບ-ນາງແບບ ຕົກເປັນຂອງ ນາງ ນັນ ຫລື ( ສຸດທິນັນ ) ແລະ ທ້າວ ໂອ້ເວັ້ນ ( ພູມີພົນ ເຂັມມະສອນ ) ໄດ້ຮັບເງິນລາງວັນ 2 ລ້ານກີບ.
ສ່ວນວ່າ ລາງວັນຊະນະເລີດ ລາວຊູບເປີ້ໂມເດວ 2017 ສຳລັບເດັກນ້ອຍ ໄດ້ແກ່ ທ້າວ ຟີໂນ້ ( ເອກະພົບ) ແລະ ນາງ ພອຍ ( ເພັດມະນີ ) ໄດ້ຮັບເງິນລາງວັນ 5 ລ້ານກີບ ພ້ອມໂລ້ລາງວັນ.
ຊະນະເລີດ ລາວຊູບເປີໂມເດວ 2017 ສຳລັບຊາຍແບບ-ນາງແບບ ໄດ້ແກ່ທ້າວ ຫນິ່ງ (ໄຊຍະສິດ) ແລະ ນາງ ມຸກ ( ມຸກດາວັນ ) ໄດ້ຮັບເງິນລາງວັນ 10 ລ້ານກີບ, ພ້ອມໂລ້ລາງວັນ, ນອກຈາກນີ ຍັງມີອີກຫລາຍລາງວັນ ທີ່ມອບໃຫ້ແກ່ຜູ້ຊະນະເລີດ ໄດ້ເປັນລາວຊູບເປີໂມເດວ 2017 ລວມທັງສິດທິພິເສດ ອີກຫລາກຫລາຍລາຍຫານ.
ຕໍ່ກັບໂຄງການດັ່ງກ່າວ ທ່ານ ຄຳປະດິດ ເຂັມມານິດ ຫົວຫນ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ໂຄງການປະກວດ ຊາຍແບບ-ນາງແບບ ແລະ ເດັກນ້ອຍຫນ້າຮັກ ແມ່ນໄດ້ຮັບອະນຸມັດ ແລະ ສະຫນັບສະຫນູນຈາກພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ພ້ອມດ້ວຍຫລາກຫລາຍພາກສ່ວນທີ່ກ່ຽວຂ້ອງ ແນ່ໃສ່ອະນຸລັກ ແລະ ສົ່ງເສີມວັດທະນະທຳການນຸ່ງຖື ຂອງຄົນລາວ ແລະ ປາຍຸກກັບສາກົນ, ໂດຍຜ່ານເຍົາວະຊົນ ແລະ ຊາວຫນຸ່ມ ຜູ້ທີ່ມີຄວາມຮູ້-ຄວາມສາມາດ ກ້າສະແດງອອກ. ໂຄງການລາວຊຸບເປີ້ໂມເດວ ແມ່ນໄດ້ເປີດໂອກາດ ກາຍເປັນເວທີສະແດງຄວາມສາມາດ ແລະ ພັດທະນາຕົນເອງຂອງຊາວຫນຸ່ມ ແລະ ເຍົາວະຊົນ ໃນການເດີນແບບຊຸດລາວປາຍຸກ ປະສົມກັບສາກົນ ອອກສູ່ສາຍຕາຄົນລາວ ແລະ ຕ່າງປະເທດ, ທັງເປັນການຄົ້ນຫາຊາຍຫນຸ່ມ-ຍິງຫນຸ່ມ, ຊາຍແບບ-ນາງແບບ ແລະ ເດັກນ້ອຍຫນ້າຮັກ ທີ່ມີພອນສະຫວັນໃນການເດີນແບບ, ມີບຸກຄະລິກດີ, ມີຄວາມຮູ້ຄວາມສາມາດ, ມີຫົວຄິດປະດິດສ້າງ, ມີສຸຂະພາບແຂງແຮງດີ, ການນຸ່ງຖືມາໃນຊຸດໃດ ກໍ່ມີຄວາມໂດດເດັ່ນ ທັນສະໄຫມ ພ້ອມທັງໃສ່ໃຈວັດທະນະທຳ.
ສຳລັບຜູ້ເຂົ້າປະກວດ ລາວຊູບເປີ້ໂມເດວ 2017 ທັງໝົດ 36 ຄົນ, ໃນນັ້ນ ເດັກນ້ອຍ ທັງໝົດ 12 ນ້ອງ, ຍິງ 6 ຄົນ, ຊາຍ 6 ຄົນ ແລະ ຊາຍແບບ - ນາງແບບ ທັງໝົດ 20 ຄົນ, ຍິງ 10 ຄົນ ແລະ ຊາຍ 10 ຄົນ, ເຊີ່ງຜູ້ເຂົ້າປະກວດແຕ່ລະຄົນແມ່ນໄດ້ຮັບການຝຶກທັກສະ ຈາກກຳມະການ 3 ທ່ານ ທີ່ມີປະສົບການ ແລະ ຜົນງານທີ່ຫລາກດຫລາຍໃນວົງການບັນເທິງ ໃນອັນດັບຕົ້ນໆຂອງເມືອງລາວ ຄື:
1/ ທ່ານ ໂຕ້ ວົງເອັກຕຣີມ ຜູ້ກຳກັບ ແລະ ໂປຣດິວເຊີ້ ລະດັບເທບ.
2/ ທ່ານນາງ ຕ໋ອດ ລີນ້າ ນາງແບບໃນວົງການທີ່ມີປະສົບການສູງ ແລະ ຫລາກຫລາຍບົດບາດໃນວົງການບັນເທິງບ້ານເຮົາ.
3/ ທ່ານ ປ໋ອງ ຜູ້ທີ່ມີຊື່ສຽງທາງດ້ານການແຕ່ງກາຍ ແລະ ຊຸດແຟຊັ້ນຕ່າງໆ ໃນເວທີ ທັງພາຍໃນ ແລະ ຕ່າງປະເທດ.
Editor: ກຳປານາດ ລັດຖະເຮົ້າ