ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອ ເດືອນ 9 ປະຈຳປີ ພສ 2560 ແລະ ຄສ 2017 ນີ້, ໃນຕອນເຊົ້າຂອງວັນທີ່ 20 ສິງຫາ , ກໍ່ໄດ້ມີງານໂລະ ລາດຢູ່ທີ່ເສັ້ນທາງກາງເມືອງ, ນັບຕັ້ງແຕ່ຈຸດໜ້າຫໍພິພິຕະພັນແຫ່ງຊາດ ຫຼື ພຣະຣາສະວັງເກົ່າ ໄປຫາພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານນາງ ປານີ ຢ່າທໍ່ຕູ່ ປະທານສະພາແຫ່ງຊາດ, ທ່ານ ຄຳຂັນ ຈັນທະວິສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍບັນດາທ່ານການນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ຕະຫຼອດຮອດມວນຊົນຊາວຫຼວງພະບາງ, ແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມງານຢ່າງຄຶ້ກຄື້ນ.
ງານດັ່ງກ່າວ ມີບັນດາພໍ່ຄ້າແມ່ຄ້າ ພາຍໃນ ແລະ ຕ່າງປະເທດ, ຊາວກະສິກອນ ໄດ້ນຳເອົາສິນຄ້າຫຼາກຫຼາຍຊະນິດມາວາງຈຳໜ່າຍ ເປັນຕົ້ນແມ່ນສິນຄ້າອຸປະໂພກ, ບໍລິໂພກ, ສິນຄ້າກະສິກຳ, ຫັດຖະກຳ ໃນນັ້ນສຳຄັນທີ່ສຸດກໍ່ຄື: ເຄື່ອງປ່າຂອງດົງເປັນໝາກໄມ້ທຳມະຊາດ ຊະນິດ ທີ່ເປັນສັນຍາລັກບຸນຫໍ່ເຂົ້າປະດັບດິນ ທີ່ຊາວຫຼວງພະບາງ ມັກນຳມາເຮັດເປັນເຂົ້າຫໍ່ໂປ້ ເພື່ອໄຫວບູຊາ ບັນພະບູລຸດ ຫຼື ຜູ້ທີ່ລ່ວງລັບໄປແລ້ວນັ້ນ. ງານໂລະລາດບຸນຫໍ່ເຂົ້າປະດັບດິນແຕ່ລະປີ ນອກຈາກເປັນການສ້າງກາລະໂອກາດ ໃຫ້ພໍ່ແມ່ປະຊາຊົນໄດ້ນຳເອົາສິນຄ້າມາແລກປ່ຽນຊື້ຂາຍກັນແລ້ວ ກໍ່ຍັງເປັນການອານຸລັກຮັກສາວັດທະນະທຳ ຮິດຄອງປະເພນີ ອັນດີງາມຂອງຊາວຫຼວງພະບາງ ໃຫ້ຍືນຍົງຕະຫຼອດໄປ ພ້ອມດຽວກັນນີ້ກໍ່ເປັນກິດຈະກຳໜຶ່ງທີ່ສຳຄັນໃນການສົ່ງເສີມການທ່ອງທ່ຽວ ຂອງ ເມືອງພະບາງ ໃຫ້ບັນຍາກາດເບີກບານມ່ວນຊື່ນ ໃຫ້ກຽດຕັດແຖບຜາ ແລະ ລັ່ນຄອງ 9 ບາດ ເປີດງານຕະຫຼາດນັດ ຫຼື ງານໂລະລາດ ມ່ວນຊົນໂດຍ ທ່ານນາງ ປານີ ຢ່າທໍ່ຕູ່ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
Editor: ກຳປານາດ ລັດຖະເຮົ້າ