ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ນຳເອົາສຳນວນຄະດີຄ້າຂາຍຢາເສບຕິດ 2 ເລື່ອງ; ເຊິ່ງຈຳເລີຍ 1 ຊື່ທ້າວ ໂອເຄ ອາຍຸ 23 ປີ ຢູ່ບ້ານໜອງແມງດາ ແລະ ຈຳເລີຍ 2 ທ້າວ ເລົາມົວ ຫຼື ລີ ອາຍຸ 25 ປີ ຢູ່ບ້ານຫຼັກ 44 ທັງສອງຂຶ້ນກັບເມືອງໄຊ, ແຂວງອຸດົມໄຊ ຂຶ້ນມາໄຕສວນ ບັນດາຂໍ້ມູນຫຼັກຖານຕ່າງໆ ເພື່ອພິຈາລະນາຕັດສິນຕາມກົດໝາຍ.
ໃນຫ້ອງປະຊຸມສານ ອົງການໄອຍະການ ປະຊາຊົນແຂວງອຸດົມໄຊ ໄດ້ຖະແຫຼງຕໍ່ຄະນະສານ ວ່າ: ທ້າວ ໂອເຄ (ຈໍາເລີຍ 1 ) ຖືກກັກຕົວໃນວັນທີ່ 16 ກຸມພາ 2017, ພ້ອມຂອງກາງຈໍານວນ 1.134 ແລະ ທ້າວ ເລົາມົວ (ຈໍາເລີຍ 2 ) ຖືກກັກຕົວໃນວັນທີ່ 14 ພຶດສະພາ 2016, ພ້ອມຂອງກາງ 2,336 ເມັດ, ທັງສອງຖືກກັກຕົວໃນຂໍ້ຫາ ຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ. ນອກນນີ້, ທ້າວ ໂອເຄ ຍັງໄດ້ກະທໍາຜິດຂໍ້ຫາລັກຊັບພົນລະເມືອງ ( ລັດລົດຈັກ ) ເພື່ອເອົາເງິນມາຊື້ຢາບ້າ. ຜ່ານການດຳເນີນຄະດີມາຮອດ ວັນທີ 10 ສິງຫາ 2017, ຈຶ່ງໄດ້ຖະແຫຼງຕໍ່ໜ້າຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ເພື່ອພິຈາລະນາຕັດສິນຕາມກົດໝາຍ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານຕ່າງໆ ທີ່ປະກອບເຂົ້າໃນ ສຳນວນຄະດີ ແລະ ຄຳຮັບສາລະພາບຂອງຈຳນວນແລ້ວ ເຫັນໄດ້ວ່າ: ທັງສອງຈຳເລີຍໄດ້ຄ້າຂາຍຢາເສບຕິດ ປະເພດຢາບ້າແທ້. ສະນັ້ນ, ສານຈຶ່ງຕັດອິດສະຫຼະພາບ ທ້າວ ໂອເຄ 11 ປີ, ປັບໃໝ 15.000.000 ກີບ ແລະ ຕັດອິດສະຫຼະພາບທ້າວ ເລົາມົວ 10 ປີ, ປັບໃໝ 10.000.000 ກີບ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ