ວັນທີ 26 ກໍລະກົດ ຜ່ານມາ, ເຈົ້າໜ້າທີ່່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງນາຊາຍທອງນະຄອນຫຼວງວຽງຈັນ ໄດ້ຈັບທ້າວ ກະຕ່າຍ (ຕ່າຍ) ອາຍຸ 24 ປີ, ຢູ່ບ້ານນາຊັບ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າ 286 ເມັດ ແລະ ຢາໄອ໋ 1 ຖົງນ້ອຍ ໄປດຳເນີນຄະດີ.
ຜ່ານການສອບສວນຜູ້ກ່ຽວສາລະພາບວ່າ: ໄດ້ເຄື່ອນໄຫວພົວພັນ ກັບຢາເສບຕິດມາເກືອບ 10 ປີ ແລະ ຖືກດັດສ້າງມາແລ້ວ 1 ຄັ້ງໃນປີ 2007 ຂໍ້ຫາມົ້ວສຸມຢາເສບຕິດ. ພາຍຫຼັງອອກຈາກການດັດສ້າງຜູ້ກ່ຽວ ກໍຍັງບໍ່ເຂັດຫຼາບ ແລະ ໄດ້ສືບຕໍ່ເຄື່ອນໄຫວລັກລອບຄ້າ-ຂາຍຢາເສບຕິດ ໂດຍຊື້ຄັ້ງລະ 200-400 ເມັດ. ຈາກນັ້ນ, ກໍນໍາໄປແບ່ງເສບ ແລະ ໄປຂາຍ ໃຫ້ກັບໄວລຸ້ນ.
ມາວັນທີ 26 ກໍລະກົດ 2017, ຜູ້ກ່ຽວໄດ້ນໍາໄປຊື້ຢາບ້າອີກ 200 ເມັດ. ວັນຕໍ່ມາ, ກໍຖືກເຈົ້າໜ້າທີ່ຕໍາຫຼວດເຂົ້າຈັບຕົວຢູ່ເຮືອນ ພ້ອມຂອງກາງຢາບ້າ ຈຳນວນ 286 ເມັດ ແລະ ຢາໄອ໋ ຈໍານວນ 1 ຖົງນ້ອຍ ໄປດໍາເນີນຄະດີຕາມກົດໝາຍ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ