ກອງປະຊຸມທາບທາມຕໍ່ຮ່າງກົດຫມາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບຫມັ້ນຄົງໃຫ້ປະຊາຊົນບັນດາເຜົ່າໄດ້ຈັດຂຶ້ນໃນ ວັນທີ 17 ສິງຫານີ້ ທີ່ສູນຄົ້ນຄວ້າກະສິກໍາແຫ່ງຊາດ(ດົງໂດກ) ໂດຍມີທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮ່າງກົດຫມາຍດັ່ງກ່າວ ປະກອບມີ 11 ພາກ ແລະ 79 ມາດຕາ ເຊິ່ງຮ່າງກົດຫມາຍສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງຕິດຕາມກວດກາວຽກງານການຈັດສັນພູມລຳເນົາ ແລະ ອາຊີບຫມັ້ນຄົງໃຫ້ປະຊາຊົນບັນດາເຜົ່າ ເພື່ອຮັບປະກັນໃຫ້ປະຊາຊົນທີ່ນອນໃນເຂດເປົ້າຫມາຍມີພູມລຳເນົາ, ມີບ່ອນທຳມາຫາກິນ ແລະ ອາຊີບທີ່ຫມັ້ນຄົງ ແນໃສ່ແກ້ໄຂການເຄື່ອນຍ້າຍແບບຊະຊາຍ, ສ້າງຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາ ລວມທັງປະກອບເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ທ່ານ ລຽນ ທິແກ້ວ ກ່າວວ່າ: ການຈັດສັນພູມລໍາເນົາ ແລະ ອາຊີບທີ່ຫມັ້ນຄົງໃຫ້ແກ່ປະຊາຊົນ ແມ່ນນະໂຍບາຍ ແລະ ຍຸດທະສາດສຳຄັນຂອງພັກ-ລັດເຮົາ ແນໃສ່ສ້າງຄວາມສະເຫມີພາບ, ຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ນັບຫນັກແຫນ້ນຂຶ້ນເລື້ອຍໆ, ເປັນການສ້າງເງື່ອນໄຂໃຫ້ປະຊາຊົນໄດ້ຮັບການປັບປຸງຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ, ເປັນການສ້າງພື້ນຖານອັນຫນັກແຫນ້ນໃຫ້ແກ່ການນຳພາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020 .
ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ອອກນະໂຍບາຍ, ມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ ເພື່ອຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ພ້ອມກັນນັ້ນ ພາຍຫຼັງມີມະຕິຄຳສັ່ງເຫຼົ່ານັ້ນອອກມາແລ້ວ, ຄະນະພັກແຕ່ລະຂັ້ນ ໂດຍສະເພາະຂັ້ນທ້ອງຖິ່ນໄດ້ມີຄວາມພະຍາຍາມເອົາໃຈໃສ່ນຳພາຈັດຕັ້ງປະຕິບັດ ໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະຂັ້ນ, ມີການຈັດຈຸດສຸມຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນແບບຖາວອນໃຫ້ປະຊາຊົນຕິດພັນກັບການແກ້ໄຂບັນຫາການເຄື່ອນຍ້າຍຖິ່ນຖານຕັ້ງພູມລຳເນົາແບບຊະຊາຍຂອງພົນລະເມືອງ ໄດ້ກຳນົດຈຸດສຸມຈັດສັນເຕົ້າໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ ແລະ ໄດ້ສຸມທຶນຮອນເຂົ້າໃສ່ການຈັດຕັ້ງປະຕິບັດຕາມຄວາມສາມາດຂອງແຕ່ລະທ້ອງຖິ່ນ, ບົນພື້ນຖານຂອງການຈັດຕັ້ງປະຕິບັດນັ້ນ, ມີຫຼາຍທ້ອງຖິ່ນກໍໄດ້ມີຜົນສຳເລັດ ເຮັດໃຫ້ປະຊາຊົນມີພູມລຳເນົາ ແລະ ມີບ່ອນທຳການຜະລິດຖາວອນ ແລະ ມີອາຊີບຫມັ້ນຄົງ, ມີຄວາມອຸ່ນອຽນທຸນທ່ຽງໃນການທຳມາຫາກິນ, ມີຊີວິດການເປັນຢູ່ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ, ຢູ່ບາງບ່ອນທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງພູມລຳເນົາ ແລະ ບ່ອນທຳການຜະລິດ, ລັດຖະບານກໍໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນດຳເນີນການຍົກຍ້າຍປະຊາຊົນໄປຈັດສັນບ່ອນໃຫມ່ ບ່ອນທີ່ມີເງື່ອນໄຂເຫມາະສົມ.
ສໍາລັບ ບໍລິເວນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆຂອງລັດຖະບານ, ລັດຖະບານ ກໍໄດ້ມີນະໂຍບາຍຍົກຍ້າຍໄປຈັດສັນບ່ອນໃຫມ່ທີ່ມີເງື່ອນໄຂເຫມາະສົມ ໂດຍໄດ້ຈັດສັນບ່ອນຢູ່ອາໄສ, ບ່ອນທຳການຜະລິດ ແລະ ພັດທະນາພື້ນຖານໂຄງລ່າງຕ່າງໆໃຫ້ເປັນຢ່າງດີ.
ເວົ້າລວມແລ້ວ ການຈັດສັນພູມລໍາເນົາ ແລະ ອາຊີບຫມັ້ນຄົງໃຫ້ແກ່ປະຊາຊົນໃນໄລຍະຜ່ານມາ ໃນຮູບແບບຈັດສັນທົ່ວໄປ ແລະ ການຈັດສັນສະເພາະກໍຕາມ ເຫັນວ່າໄດ້ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ, ມີຫຼາຍຈຸດສຸມໄດ້ກາຍເປັນເຂດພັດທະນາໃຫມ່, ກາຍເປັນໃຈກາງບໍລິການດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມກໍຄືກາຍເປັນຕົວເມືອງນ້ອຍໃນເຂດຊົນນະບົດ.
Editor: ຕະວັນ ແສງສະຫວັນ