ສູນກາງສະຫະພັນແມ່ຍິງລາວ, ຄະນະກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຈັດກອງປະຊຸມ ປຶກສາຫາລືກະກຽມຕ້ອນຮັບ ຜູ້ລາຍງານພິເສດຂອງ ສະຫະປະຊາຊາດ ສປຊ ຮັບຜິດຊອບດ້ານການຄ້າເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານ ກ່ຽວກັບເດັກ ຂຶ້ນໃນທ້າຍອາທິດຜ່ານມາ ທີ່ ສູນກາງດັ່ງກ່າວ ໂດຍການເປັນ ປະທານຂອງທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ, ຮອງປະທານ ຄະນະກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ, ມີບັນດາຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ບັນດາກະຊວງ, ອົງການ,ກົມ ແລະ ສູນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຂໍ້ມູນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ສະເໜີ ແນະຂອງສະຫະປະຊາຊາດ ສປຊ ຕໍ່ບົດລາຍງານ ແຫ່ງຊາດສະບັບເລກທີ 1 ກ່ຽວກັບການຈັດຕັ້ງປະຕິບັດ ສອງ ອະນຸສັນຍາກ່ຽວກັບການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກຳລັງປະກອບອາວຸດ ແລະ ກ່ຽວກັບການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ. ໃນນັ້ນ ຈະໄດ້ພ້ອມກັນ ປຶກສາຫາລືເຖິງຂະບວນການ ແລະ ແຜນການກະກຽມຕ້ອນຮັບຜູ້ລາຍງານພິເສດຂອງ ສປຊ ຮັບຜິດຊອບດ້ານການຄ້າເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ທີ່ຈະມາຢ້ຽມຢາມ ສປປ ລາວ ໃນທ້າຍເດືອນພະຈິກ 2017 ແລະ ປຶກສາຫາລືບັນຫາສຳຄັນອື່ນໆ ທີ່ຕິດພັນຕື່ມອີກ.
ສປປ ລາວ ໄດ້ໃຫ້ສັດຕະຍາບັນຕໍ່ອະນຸສັນຍາກ່ຽວກັບ ການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກຳລັງອາວຸດ ແລະ ອະນຸສັນຍາ ກ່ຽວກັບ ການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ໃນປີ 2006 ແລະ ທ້າຍປີ 2013 ໄດ້ສົ່ງລາຍງານໄລຍະທຳອິດ ກ່ຽວກັບການຈັດຕັ້ງປະຕິບັດ ສອງອະນຸສັນຍາດັ່ງກ່າວ ໃຫ້ແກ່ຄະນະກຳມະການສິດທິເດັກ ສປຊ ແລະ ໄດ້ມີຂໍ້ສະເໜີແນະກັບຄືນມາ ຄື: ອະນຸສັນຍາກ່ຽວກັບການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍ ກຳລັງອາວຸດ ຈຳນວນ 26 ຂໍ້, ອະນຸສັນຍາ ກ່ຽວກັບການຄ້າເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບ ເດັກ ຈຳນວນ 58 ຂໍ້, ໂດຍປະຕິບັດຕາມມາດຕາ 8 ແລະ ມາດຕາ 12 ຂອງສອງອະນຸສັນຍາດັ່ງກ່າວ ສປປ ລາວ ມີພັນທະຕ້ອງສົ່ງບົດລາຍງານໃຫ້ແກ່ອົງການ ສະຫະປະຊາຊາດ ສປຊ ກ່ຽວກັບການຈັດຕັ້ງປະຕິບັດສອງອະນຸສັນຍາດັ່ງກ່າວໃນປີ 2018.
Editor: ດາວໄຊ ສີວິໄລ