ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ໄດ້ຈັບຕົວທ້າວ ຫວາເລົ່າລີ ( ພໍ່ນ້າ ) ອາຍຸ 30 ປີ, ຢູ່ເມືອງລ້ອງຊານ ແຂວງໄຊສົມບູນ ກະທໍາສໍາເລົາລູກລ້ຽງ (ລູກຕິດເມຍ) ຊື່ນາງ ນ້ອຍ (ນາມສົມມຸດ) ອາຍຸ 11 ປີ ໄປດໍາເນີນຄະດີຕາມກົດໝາຍ.
ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມ ຈາກຜູ້ເປັນແມ່ຂອງນາງ ນ້ອຍ ຢູ່ເມືອງລ້ອງຊານ, ແຂວງໄຊສົມບູນ ໃນວັນທີ 20 ກໍລະກົດ 2017 ວ່າ: ຜູ້ເປັນຜົວຊື່ ທ້າວ ວາເລົ່າລີ ໄດ້ກະທໍາສໍາເລົາລູກສາວ ໂດຍຜູ້ກ່ຽວໄດ້ພະຍາຍາມກະທຳສຳເລົາລູກລ້ຽງມາແລ້ວຫຼາຍຄັ້ງແຕ່ບໍ່ສຳເລັດ, ພ້ອມທັງນາບຂູ່ເຂັນຂ້າ ບໍ່ໃຫ້ບອກໃຜ, ເຮັດໃຫ້ນາງ ນ້ອຍ ຢ້ານກົວ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງປະສານກັບ ປກສ ບ້ານ ເຂົ້າຈັບຕົວຜູ້ກ່ຽວໄດ້ໃນທ້າຍເດືອນກໍລະກົດ ມາສອບສວນ ເພື່ອດໍາເນີນຄະດີຕາມກົດໝາຍ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ