ເຈົ້າໜ້າທີ່ຕໍາຫຼວດ ປກສ ກຸ່ມ II ບ້ານລ້ອງກໍເດື່ອ, ເມືອງໄຊ, ແຂວງອຸດົມໄຊ ຕິດຕາມຈັບຜູ້ກໍ່ເຫດລັກຊັບພົນລະເມືອງ (ລັກແບ້) ຢູ່ບ້ານລ້ອງກໍເດື່ອ ໄດ້ 3 ຄົນ ແລະ ສາມາດເກັບກູ້ຂອງກາງຄືນມອບໃຫ້ເຈົ້າຂອງເດີມ ໃນອາທິດທີ່ຜ່ານມານີ້.
ເຈົ້າໜ້າທີ່ຕຳຫຼວດເປີດວ່າ: ໃນວັນທີ 16 ກໍລະກົດ 2017, ຜູ້ເສຍຫາຍຢູ່ບ້ານລ້ອງກໍເດື່ອ, ເມືອງໄຊ, ແຂວງອຸດົມໄຊ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ມີຄົນຮ້າຍບໍ່ຮູ້ຈຳນວນ ເຂົ້າໄປລັກເອົາແບ້ 1 ໂຕ ຢູ່ໃນສ່ວນ. ຈາກນັ້ນ, ກໍໄດ້ນຳກຳລັງລົງຕິດຕາມ ແລະ ຂຶ້ນເປົ້າໝາຍ. ມາຮອດວັນທີ 7 ສິງຫາ 2017, ກໍສາມາດກັກຕົວຜູ້ກໍ່ເຫດໄດ້ຊື່ທ້າວ ຄຽນ ອາຍຸ 24 ປີ ມາສອບສວນຜູ້ກ່ຽວຈຶ່ງໃຫ້ການຊັດຖອດຫາພັກພວກ ທີ່ຮ່ວມກັນກໍເຫດອີກສອງຄົນຄື: ທ້າວ ເປດ ອາຍຸ 17 ປີ ແລະ ທ້າວ ສັງ ອາຍຸ 18 ປີ, ທັງສາມຄົນຢູ່ບ້ານຢູ່ບ້ານວຽງສາ, ເມືອງໄຊ, ແຂວງອຸດົມໄຊ ມາສອບສວນ.
ຜ່ານການສືບສວນ-ສອບສວນພວກກ່ຽວສາລະພາບ ວ່າ: ໃນວັນທີ 16 ກໍລະກົດ 2017ໄດ້ລັກແບ້ 1 ໂຕ ຂອງທ້າວ ຄໍາສິງ ຢູ່ໃນສວນ, ແລ້ວພາກັນເອົາໄປຂາຍໃຫ້ຊາຍບໍ່ຮູ້ຊື່ຢູ່ບ້ານມູນເມືອງ, ເມືອງໄຊ, ແຂວງອຸດົມໄຊ ໃນລາຄາ 600.000 ກີບ ແລ້ວນຳເງິນແບ່ງປັນກັນໃຊ້ຈ່າຍ ແລະ ຫຼິ້ນກິນຟຸມເຟືອຍຈົນໝົດ.
ປັດຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນຄະດີກັບພວກກ່ຽວກຕາມຂັ້ນຕອນ ຂອງກົດໝາຍ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ