ລັດຖະບານ ໄດ້ອອກແຈ້ງການ ສັ່ງໃຫ້ຫຼຸດຜ່ອນການອອກເລກລາງວັນຫວຍພັດທະນາລົງ ໃຫ້ເຫຼືອພຽງ 1 ຄັ້ງຕໍ່ອາທິດ ແລະ ໃຫ້ຢຸດເຊົາການເຄື່ອນໄຫວຫວຍທວາຍຜົນເຕະບານ ແລະ ທຸລະກິດຫວຍ SMS
ອີງຕາມການຊີ້ນໍາ ແລະ ຕົກລົງໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 14 ສິງຫາ 2017, ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການສະບັບເລກທີ 1244/ຫສນຍ.ກລຂ, ລົງວັນທີ 17 ສິງຫາ 2017 ວ່າດ້ວຍການເຄື່ອນໄຫວວຽກງານຂອງບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວຕໍ່ໜ້າ.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນກຽດແຈ້ງມາຍັງທ່ານຊາບ ດັ່ງນີ້:
1. ເຫັນດີໃຫ້ຫຼຸດຜ່ອນການອອກເລກລາງວັນຫວຍ ຂອງລັດວິສາຫະກິດຫວຍພັດທະນາລາວ ຈາກ 02 ຄັ້ງຕໍ່ອາທິດ ມາເປັນ 01 ຄັ້ງຕໍ່ອາທິດ, ແຕ່ໃຫ້ຮັບປະກັນຄວາມໂປ່ງໃສ ໃນການອອກເລກລາງວັນແຕ່ລະຄັ້ງໃຫ້ແກ່ຜູ້ຊິງໂຊກຊິງລາງວັນ. ມອບໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ນຳການປັບປຸງໂຄງປະກອບການຈັດຕັ້ງປະຕິບັດ ແລະ ບຸກຄະລາກອນ ຂອງລັດວິສາຫະກິດດັ່ງກ່າວ ໃຫ້ກະທັດຮັດ ແລະ ເໝາະສົມເພື່ອເຮັດໃຫ້ການເຄື່ອນໄຫວດຳເນີນທຸລະກິດມີປະສິດທິຜົນ.
2. ໃຫ້ຢຸດເຊົາການເຄື່ອນໄຫວຫວຍທວາຍຜົນເຕະບານ ແລະ ດໍາເນີນທຸລະກິດຫວຍ SMS. ສຳລັບ ຜະລິດຕະພັນຫວຍທີ່ໄດ້ຮັບອະນຸຍາດແລ້ວ, ແຕ່ບໍ່ທັນໄດ້ເຄື່ອນໄຫວ ຄື: ຫວຍປິງໂກ້, ຫວຍໂລໂຕ ແມ່ນໃຫ້ຍົກເລີກໃບອະນຸຍາກ
3. ສໍາລັບ ຫວຍຂູດ ແມ່ນໃຫ້ສືບຕໍ່ຈໍາໜ່າຍສະເພາະຈໍານວນທີ່ໄດ້ພິມຕົວຈິງແລ້ວ, ແຕ່ໃຫ້ຈໍາກັດສະຖານທີ່ ແລະ ປະລິມານໃນການຈຳໜ່າຍຫວຍຂູດດັ່ງກ່າວລົງໃຫ້ເໝາະສົມ ເມື່ອຂາຍຈຳນວນເກົ່າໝົດແລ້ວ ໃຫ້ສະຫຼຸບລາຍງານລັດຖະບານ ເພື່ອຂໍທິດຊີ້ນຳໃນຕໍ່ໜ້າ.
4. ມອບໃຫ້ກະຊວງການເງິນ ສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງກວດກາ ແລະ ຄຸ້ມຄອງ ຫ້າມບໍ່ໃຫ້ມີການຈຳໜ່າຍຫວຍເຖື່ອນຈາກຕ່າງປະເທດ, ຖ້າພົບກໍລະນີມີຜູ້ລະເມີດ ຫຼື ຈຳໜ່າຍຫວຍເຖື່ອນດັ່ງກ່າວ ແມ່ນໃຫ້ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.
ດັ່ງນັ້ນ ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດເນື້ອໃນຂ້າງເທິງໃຫ້ໄດ້ຮັບຜົນດີ
Editor: ຕະວັນ ແສງສະຫວັນ