ພິທີປະກາດການນຳໃຊ້ປ້າຍໂຄສະນາຢຸດການຊື້-ຂາຍສັດປ່າ ສປປ ລາວ ມີຂຶ້ນເມື່ອບໍ່ດົນນີ້ ທີ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ຄຳພຸດ ພັນດານຸວົງ, ຫົວໜ້າກົມປ່າໄມ້, ມີຮອງກົມປ່າໄມ້ ມີຕາງໜ້າຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ກົມກວດກາປ່າໄມ້, ກອງຄຸ້ມຄອງສະໜາມບິນວັດໄຕ ດ່ານພາສີປະຈຳສະໜາມບິນວັດໄຕ ຕາງໜ້າຕຳຫຼວດດ່ານ ຕມ, ເຈົ້າໜ້າທີ່ກັກກັນພືດ, ອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ກອງກວດກາປ່າໄມ້ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງພັນ ລັດຕະນະລັງສີ, ຮອງຫົວໜ້າກົມກວດກາປ່າໄມ້ ກ່າວວ່າ: ການເປີດນຳໃຊ້ປ້າຍຢຸດການຊື້-ຂາຍສັດປ່າ ສປປ ລາວ ຄັ້ງນີ້ ແມ່ນໄດ້ຕັ້ງຢູ່ 2 ຈຸດ ຄື: ຈຸດທີ 1 ຕັ້ງຢູ່ສະໜາມບິນສາກົນວັດໄຕ ແລະ ຈຸດທີ 2 ຕັ້ງຢູ່ດ່ານຂົວມິດຕະພາບ ລາວ-ໄທ 1 ເຊິ່ງເປັນການສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ (LENS2) ໃຫ້ການສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອຕ້ານ ແລະ ສະກັດກັ້ນການລັກລອບຄ້າ-ຂາຍສັດປ່າຂ້າມຊາດ ໂດຍປະຕິບັດ 3 ກິດຈະກຳ ຄື: ສ້າງຍຸດທະສາດມາດຕະຖານກ່ຽວກັບການຈັດຕັ້ງປະຕິບັດ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ສປປ ລາວ ຊຸກຍູ້ນຳພາອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອດຳເນີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ສປປ ລາວ ແລະ ສົນທິສັນຍາສາກົນ CITES ທີ່ລັດຖະບານໄດ້ລົງນາມການຄຸ້ມຄອງບໍລິຫານໂຄງການຍ່ອຍ ແລະ ການສ້າງຄວາມອາດສາມາດໃຫ້ເຈົ້າໜ້າທີ່ປ່າໄມ້ ແລະ ທີມງານເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ສປປ ລາວ.
ການຈັດຕັ້ງປະຕິບັດ ແມ່ນການປະສານງານ ແລະ ການຮ່ວມມືກັບອົງການສືບສວນ-ສອບສວນຂອງເຈົ້າ ໜ້າທີ່ຂອງລັດ ທີ່ໄດ້ລະບຸໃນກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງໃໝ່ ຈາກສະພາແຫ່ງຊາດ ໃຫ້ມີຄວາມເຂັ້ມງວດເທື່ອລະກ້າວ ການສະກັດກັ້ນການຄ້າ-ຂາຍສັດປ່າ ຊິ້ນສ່ວນຂອງສັດປ່າທີ່ຜິດກົດໝາຍ ໂດຍສະເພາະ ການຄ້າຂາຍຊະນິດພັນສັດປ່າທີ່ໃກ້ຈະສູນພັນໃນ ສປປ ລາວ ແລະ ສາກົນລະຫວ່າງຊາດ ເຊັ່ນ: ສັດລ້ຽງລູກດ້ວຍນ້ຳນົມຂະໜາດໃຫຍ່ປະເພດ ເສືອ, ຊ້າງ, ທະນີ, ລີງ ສັດລ້ຽງລູກດ້ວຍນ້ຳນົມຂະໜາດນ້ອຍ ໂຕລິ່ນ, ສັດເລືອຄານປະເພດ ເຕົ່າ, ງູສິງ, ງູເຫຼືອມ, ງູເຫົ່າ, ງູຈົງອາງ ແລະ ພັນພືດປ່າຊະນິດຕ່າງໆທີ່ໃກ້ຈະສູນພັນ ທັງນີ້ ເປັນການປູກຈິດສຳນຶກ ໃນການສະກັດກັ້ນການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງປະກາດນຳໃຊ້ປ້າຍໂຄສະນາຢຸດການຊື້-ຂາຍສັດປ່າ ສປປ ລາວ ຢ່າງເປັນທາງການ ເພື່ອເຜີຍແຜ່ເຂົ້າໃນວຽກງານການຮ່ວມມື ເພື່ອສະກັດກັ້ນການລະເມີດຕໍ່ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ໃຫ້ມີປະສິດທິພາບສູງສຸດ.
Editor: ດາວໄຊ ສີວິໄລ