ງານບຸນເຂົ້າປະດັບດິນ ດັ່ງກ່າວແມ່ນໄດ້ຈັດໃຫ້ມີຂຶ້ນເປັນປະຈໍາໃນໄລຍະ ເດືອນ 9 ຂອງທຸກໆປີ. ບຸນຫໍ່ເຂົ້າປະດັບດິນຖືກຈັດຂຶ້ນເນື່ອງໃນສອງໂອກາດ ຄື : ການທໍາບຸນໃສ່ບາດ ຖວາຍປັດ ໃຈ ໄຊຍະທານ ເພື່ອອຸທິດສ່ວນກຸສົນໄປຫາດວງວິນຍານຂອງບຸພະກາລີ ເຊັ່ນ: ບິດາ-ມາດາ, ຄູອຸປະຊາອາຈານ, ຍາດມິດສະຫາຍ ຕະຫຼອດເຖິງຜູ້ມີຄຸນງາມຄວາມດີຄົນອື່ນໆ ແລະ ສອງກໍ່ຄື:ການທໍາບຸນເພື່ອລະນຶກເຖິງບຸນຄຸນຂອງຜືນແຜ່ນດິນ ທີ່ໄດ້ ໃຫ້ມວນມະນຸດໄດ້ດໍາລົງຊີວິດຢູ່ເປັນຕົ້ນແມ່ນການກະເສດ ທີ່ອາໄສດິນເປັນແຫຼ່ງຜະລິດສະບຽງອາຫານ.
ບຸນຫໍ່ເຂົ້າປະດັບດິນ ຕາມຕໍານານໄດ້ກ່າວໄວ້ວ່າ : ໃນສະໄໝໜຶ່ງຄັ້ງພຣະພຸດທະການ ຍັງມີບຸຣຸດຜູ້ທຸກຍາກ ເຂັນໃຈ ໄຮ້ຍາດພີ່ນ້ອງ ອາໄສນຳຊາວບ້ານ ແລະ ລ້ຽງຊີວິດພໍເປັນໄປໃນແຕ່ ແລະ ມາວັນໜຶ່ງແຕ່ມີສັດທາເຫຼືອມໄສໃນພຣະພຸດທະສາສະໜາ, ປາດຖະໜາທີ່ຈະໃຫ້ທານ ຢູ່ເປັນເນື່ອງນິດແຕ່ບໍ່ມີວັດຖຸທານອັນປານີດ ພໍທີ່ຈະມາໃຫ້ທານໄດ້, ຢູ່ມາວັນໜຶ່ງເປັນວັນທີ່ຊາວບ້ານເຮັດບຸນໝູ່ ປະຊາຊົນໄດ້ກຽມເຄື່ອງໄຊຍະທານຕ່າງໆ ປະກອບມີເຂົ້ານ້ຳ-ໂພຊະນາອາຫານ ທັງອາຫານຫວານ, ອາຫານຄາວເປັນຕົ້ນ ນໍາໄປສູ່ວັດວາອາຮາມ ຢ່າງຫຼວງຫຼາຍ, ທຸກໆຄົນມີໜ້າຕາ ອັນເບີກບານ ແລະ ມີຄວາມປິຕິຍິນດີໃນທານຂອງຕົນ. ຝ່າຍບຸຣຸດຜູ້ເຂັນໃຈ ໄດ້ອອກມາຈາກຕູບນ້ອຍ ຫຼຽວແລເບິ່ງປະຊາຊົນເຂົາມາທໍາບຸນໃຫ້ທານ, ດ້ວຍຄວາມດີອົກດີໃຈ ຈົນຢາດອັດສຸຊົນ ຫລື ( ນ້ຳຕາໄຫລ ) ໄຫຼລົງອາບໜ້າໂດຍບໍ່ຮູ້ສຶກຕົວ ຍ້ອນຄວາມນ້ອຍເນື້ອຕໍ່າໃຈໃນວາດສະໜາ ອັນອາພັບຂອງຕົນ, ດ້ວຍຄວາມປາດຖະໜາຢາກທໍາບຸນມາກະທົບເຂົ້າໃນດວງຫະໄທ ຫລື ( ໃນດວງໃຈ ) ເມື່ອຄວາມໂສກກໍາລັງເຂົ້າມາທັບຖົມດວງໃຈ ເໝືອນດັ່ງຈະແຕກຢູ່ນັ້ນ, ດວງຈັກສຸ ຫລື ( ດວງຕາ ) ຂອງຊາຍທຸກຍາກເຂັນໃຈຄົນນັ້ນ, ໄດ້ທັດສະນາການ ຫຼຽວເຫັນ ພິກຂຸຮູບໜຶ່ງ ພວມກໍາລັງທຽວໂຄຈອນບິນທະບາດ ມາຢືນຢູ່ສະເພາະຕໍ່ໜ້າຕູບຂອງຊາຍທຸກຍາກເຂັນໃຈຄົນນັ້ນ ເກີດມີ ສັດທາອັນແຮງກ້າ ອາດຫານເປັນມະຫາກຸສົນ, ເຈຕະນາ ມີຄວາມປິຕິຍິນດີເກີດຂຶ້ນ ຫາຍຈາກຄວາມໂທມະນັດ ຫລື ( ຄວາມເສຍໃຈ) ຄັບແຄ້ນໃຈນຶກເຫັນເຂົ້າກ້ອນໜຶ່ງ ປະມານທໍ່ໜ່ວຍໝາກຕູມ ທີ່ຕົນຫາມາໄດ້ ຮີບເອົາມາປ້ອນລົງໃນບາດ ຂອງ ພຣະຜູ້ເປັນເຈົ້າ ແລ້ວອຸທິດສ່ວນບຸນກຸສົນ ທີ່ຕົນໄດ້ກະທໍາແລ້ວນັ້ນ ໄປເຖິງຊັບພະສັດທັງຫຼາຍ ມີ ບິດາ-ມານດາ, ຍາດພີ່ນ້ອງ ແລະ ຄູອຸປະຊາ ອາຈານ ເປັນຕົ້ນ, ດ້ວຍຄວາມ ດີອົກດີໃຈ ໃນບຸນກຸສົນທີ່ຕົນໄດ້ໃຫ້ທານແລ້ວນັ້ນ.
ສ່ວນເປຕະຊົນ ຫລື ( ເປດ ) ຜູ້ເປັນຍາດພີ່ນ້ອງຂອງຊາຍທຸກຍາກເຂັນໃຈ ທີ່ສະເຫວີຍຜົນກໍາໃນນະຣົກ, ພະຍາຍົມ ບິບານ ໄດ້ປ່ອຍສັດນະຣົກໃຫ້ພົ້ນຈາກການທໍລະມານ ໃຫ້ຂຶ້ນໄປທ່ຽວຫາອາຫານ, ພໍດີມາປະຈວບພົບກັບການເຮັດບຸນ ຂອງຊາຍທຸກຍາກເຂັນໃຈຄົນນັ້ນ ຜູ້ເຊິ່ງເປັນຍາດຂອງຕົນ ໄດ້ອຸທິດໄປເຖິງໄດ້ພາກັນອະນຸໂມທະນາສາທຸການ, ແລ້ວອວຍພອນຂໍໃຫ້ຍາດຂອງຕົນ ໄດ້ປະສົບອາຍຸ - ວັນນະ - ສຸຂະ - ພະລະ ທຸກທິພາລາຕີການ. ຝ່າຍພະຍາຍົມບິບານ ເມື່ອໄດ້ຮູ້ຂ່າວວ່າ: ສັດນະຣົກ ເຫຼົ່ານັ້ນມີສ່ວນບຸນ ອັນໄດ້ກະທໍາແລ້ວ, ເພາະການຮັບອະນຸໂມທະນາທານ ທີ່ຍາດມິດ ໄດ້ອຸທິດໄປເຖິງ ຈິ່ງໄດ້ປ່ອຍໃຫ້ພົ້ນຈາກເຄື່ອງທັນດະກໍາ ຫລື(ພົ້ນຈາກການທໍລະມານ ) ຄັນເປດເຫຼົ່ານັ້ນ ໄດ້ພົ້ນຈາກກໍາ ໃນນະຣົກແລ້ວ ກໍ່ໄດ້ນໍາຕົນໄປຖືເອົາປະຕິສົນທິ ເກີດໃນເທວະສະຖານວິມານ ດ້ວຍອໍານາດບຸບພະວາດສະໜາ-ປາລະມີ ແລະ ຜົນທານທີ່ບຸຣຸດເຂັນໃຈ ສົ່ງໄປເຖິງນັ້ນ. ສ່ວນບຸຣຸດຜູ້ເຂັນໃຈຄົນນັ້ນ ຕັ້ງແຕ່ວັນໃຫ້ທານເປັນຕົ້ນມາ ກໍ່ມີຄວາມຍິນດີໃນບຸນກຸສົນ ທີ່ຕົນໄດ້ກະທໍາຢູ່ສະເໝີ ການສະແຫວງຫາລ້ຽງຊີວິດ ຄິດຫາຊັບກໍ່ຄ້ອງແຄ້ວ, ບໍ່ຂັດສົນນໍາຕົນ ໃຫ້ປະສົບກັບຄວາມຮຸ່ງເຮືອງເປັນລໍາດັບ ເຖິງກັບມີຊັບສົມບັດ ທໍາມາຄ້າຂາຍ ໂດຍສະດວກສ່ວນບຸນກຸສົນກໍ່ເຮັດທະວີຂຶ້ນເປັນລໍາດັບ, ມີການໃຫ້ທານ, ຮັກສາສິນ ແລະ ຈະເລີນເມດຕາພາວະນາເປັນຕົ້ນ. ເມື່ອບຸຣຸດເຂັນໃຈຄົນນັ້ນ ໄດ້ຕາຍລັບໄປແລ້ວ ກໍ່ໄດ້ໄປບັງເກີດເທິງສະຫວັນເປັນເທບ ພະບຸດ ມີມະເຫສັກໃຫຍ່, ມີນາງຟ້າອັບ ປະສອນກັນລະຍາ, ມາແວດລ້ອມເປັນຍົດສັກບໍລິວານ ບໍ່ອາດຄະນານັບໄດ້. ນັບແຕ່ນັ້ນເປັນຕົ້ນມາປະເພນີການເຮັດບຸນຫໍ່ເຂົ້າປະດັບດິນ ກໍ່ໄດ້ສືບທອດ ກັນມາຈົນ ເຖິງສະໄໝປະຈຸບັນ. ສຳລັບປີນີ້ ບຸນຫໍ່ເຂົ້າປະດັບດິນ ກົງກັບ ແຮມ 14 ຄ່ຳ ເດືອນ 9 ລາວ ຫລື ກົງກັບ ວັນທີ 21 ສິງຫາ 2017, ນັບແຕ່ຫລັງທ່ຽງຄືນ ຂອງວັນທີ 20 ສິງຫາ ແມ່ນຈະເລີ່ມອອກມາຍາຍ ຫໍ້ເຂົ້າ, ທີ່ເຮັດເປັນຈຸກ-ເປັຍຫໍ້ ຕາມຂອບແຄແຈຮົ້ວ, ຫລື ກຳແພງ ຕາມບ້ານເຮືອນ ແລະ ວັດ ເພື່ອອຸທິດບຸນກຸສົນ ເຂົ້າປາອາຫານ, ຫມາກຫມ້ຽງພູພັນ, ອາຫານຫວານ-ຄາວ ຕ່າງໆນານາ ທີ່ກະກຽມໄວ້ນັ້ນ ໄດ້ໄປຮອດໄປເຖິງ ແກ່ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ເປດປິຕິພູມ ໃຫ້ໄດ້ຮັບຜົນບຸນໄປຕາມໆ ກັນ. ແລະ ພໍໍເຖິງຮຸ່ງເຊົ້າ ວັນທີ 21 ສິງຫາ ຕາມວັດແຫ່ງໆ ແມ່ນຈະໄດ້ມີພິທີທາງສາດສະຫນາ, ໃສ່ບາດ-ຍາດນ້ຳ, ຖະຫວາຍເຄື່ອງໄຊຍະທານ, ຟັງເທດ-ຟັງທຳ ຖືວ່າເປັນອັນຈົບພິທີ.
Editor: ກຳປານາດ ລັດຖະເຮົ້າ