ສະໂມສອນ ວັດທະນະທຳສິນໄຊ ແມ່ນສະໂມສອນທີ່ເຄື່ອນໄຫວດ້ານວັດທະນະທຳ ສຳລັບໄວຫນຸ່ມ ພາຍໃຕ້ການຊີ້ນຳ-ນຳພາ ຂອງວາລະສານ ວັນນະສິນ ທີ່ຂື້ນກັບກົມພິມຈຳຫນ່າຍ, ກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ. ສຳລັບປີ 2017 ສະໂມສອນວັດທະນະທຳສິນໄຊ ໄດ້ຈັດຊຸດອົບຮົມວັດທະນະທຳ ຂື້ນ ທີ່ສະຖາບັນວິຈິດສິນແຫ່ງຊາດ, ໃນວັນທີ 19 ສິງຫາ 2017 ໂດຍການເປັນປະທານຮ່ວມເປີດ ມີ ທ່ານນາງ ບົວໄຂ ເພັງພະຈັນ ຫົວຫນ້າກົມພີມຈຳຫນ່າຍ, ທ່ານ ໂອທອງ ຄຳອິນຊູ ປະທານສະໂມສອນວັດທະນະທຳສິນໄຊ ແລະ ທ່ານ ອາຈານ ໂສພາ ອິນທະວົງສາ ຮອງປະທານສະໂມສອນວັດທະນະທຳ ສິນໄຊ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຂົ້າຮ່ວມມີບັນດາຄູອາຈານ, ນັກສຳມະນາກອນ ທັງພະສົງສະມະເນນ ແລະ ໄວຫນຸ່ມ ທີ່ເຂົ້າຮ່ວມໂຄງການຄັ້ງນີ້ 100 ກວ່າທ່ານ.
ການຝຶກອົບຮົມວັດທະນະທຳສິນໄຊ ປີ 2017 ມີນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມ 100 ຄົນ, ໃນນັ້ນພະສົງ 25 ອົງ, ໂດຍໄດ້ມີການແບ່ງການຝຶກອົບຮົມອອກເປັນປະເພດ ຄື: ຝຶກແຕ່ງເລື່ອງສັ້ນ ຈຳນວນ 32 ຄົນ, ຍິງ 8 ຄົນ, ພະສົງ 13 ອົງ, ຝຶກແຕ່ງກາບກອນ ມີ 23 ຄົນ, ຍິງ 4 ຄົນ, ພະສົງ 13 ອົງ. ຝຶກຍ່າງແບບ ຫລືສະແດງແບບເຄື່ອງນຸ່ງ ແລະ ການຟ້ອນ ມີຈຳນວນ 45 ຄົນ, ຍິງ 28 ຄົນ, ຝຶກກ່ຽວກັບດົນຕຣີພື້ນເມືອງລາວ ( ແຄນ, ຊໍ ແລະ ຂຸ່ຍ ) ມີ 9 ຄົນ, ຍິງ 3 ຄົນ. ສຳລັບກິດຈະກຳຂອງສະໂມສອນ ແລະ ວິຊາທີ່ນຳມາຝຶກອົບຮົມ ປະກອບມີ: ວັດທະນະທຳລາວ, ມາລະຍາດສັງຄົມ, ການສະແດງແບບເຄື່ອງນຸ່ງ, ການຟ້ອນ, ການຮ້ອງເພງ, ການແຕ່ງເພງ, ການແຕ່ງເລື່ອງສັ້ນ, ການແຕ່ງກາບກອນ, ການແຕ້ມຮູບ, ການສະແດງລະຄອນ, ການຝຶກເປັນພິທີກອນ ແລະ ອື່ນໆ, ນອກຈາກຝຶກອົບຮົມວິຊາຕ່າງໆທີ່ກ່າວມາແລ້ວ ຜູ້ເຂົ້າຮ່ວມຝຶກອົບຮົມ ຍັງຈະໄດ້ຮັບຟັງປາຖະກາຖາ ກ່ຽວກັບການປະດິດຄິດແຕ່ງບົດປະພັນວັນນະຄະດີ, ວັດທະນະທຳການນຸ່ງຖື, ມາລະຍາດໃນສັງຄົມ, ມີໂອກາດພົບກັບນັກສະແດງນາງແບບ-ນາຍແບບຈາກສະໂມສອນສິນໄຊ ທີ່ຜ່ານການຝຶກອົບຮົມ ແລ້ວປະສົບຜົນສຳເລັດໃນການປະກອບອາຊິບຂອງຕົນ.
ການຝຶກອົບຮົມແມ່ນຈັດຂື້ນ ໃນວັນເສົາ ແລະ ອາທິດ ເພື່ອຄວາມສະດວກຂອງນັກຮຽນ-ນັກສຶກສາ ເປັນເວລາ 3 ທິດ ຫລື 6 ວັນ. ພາຍຫລັງສຳເລັດ ການຝຶກອົບຮົມ ຄັ້ງນີ້, ທາງສະໂມສອນວັດທະນະທຳສິນໄຊ ຍັງຈະໄດ້ ຄັດເລຶອກເອົາ ຈຳນວນ 35 ຄົນ ເດີນທາງໄປແລກປ່ຽນວັດທະນະທຳ ທີ່ແຂວງບໍລິຄຳໄຊ ໂດຍຈະມີນັກຂຽນ ແລະ ນັກສະແດງຫນຸ່ມ ຈາກແຂວງຄຳມ່ວນ ແລະ ສະຫວັນນະເຂດ ເຂົ້າມາຮ່ວມນຳ.
Editor: ກຳປານາດ ລັດຖະເຮົ້າ