ຂະບວນການຍ່າງມາລາທອນ ເພື່ອສຸຂະພາບສະເຫຼີມສະຫຼອງ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງລັດຖະທຳມະນູນ ແຫ່ງ ສປປລາວ ຄົບຮອບ 26 ປີ (15 ສິງຫາ 1991-15 ສິງຫາ 2017)ຂອງສະພາປະຊາຊົນແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 15 ສິງຫາ 2017 ຢູ່ທີ່ເດິ່ນກິລາເປຕັງຂອງແຂວງ ໃຫ້ກຽດເຂົ້າຮ່ວມພິທີໂດຍມີ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ,ມີສະມາຊິກສະພາປະຊາຊົນແຂວງ,ພ້ອມດ້ວຍມວນຊົນ ຊາວແຂວງ ບໍລິຄຳໄຊເຂົ້າຮ່ວມຢ່າງຫຼວງຫຼາຍ. ຂະບວນການຍ່າງມາລາທອນໃນຄັ້ງນີ້ເຊີ່ງເລີ່ມຈາກ ສະໂມສອນກິລາເປຕັງແຂວງ ໄປຕາມສາຍທາງເລກ 4 ເບ ລົງໄປຮອດຈຸດ 4 ແຍກຫ້ອງວ່າການປົກຄອງແຂວງ ແລ້ວກັບຄືນຫາຈຸດເດີມ ດ້ວຍໄລຍະທາງເກືອບ 3 ກິໂລແມັດ,ຈຸດປະສົງກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ລະນຶກຄືນວັນສ້າງຕັ້ງລັດຖະທຳມະນູນໃຫ້ເປັນຂະບວນການກ້ວາງຂວາງ,ຟົດຟື້ນໃຫ້ປວງຊົນ ໄດ້ຮັບຮູ້ເຂົ້າໃຈເຖິງວັນສຳຄັນດັ່ງກ່າວ.ນອກນັ້ນຍັງເປັນການເຕົ້າໂຮມຄວາມສາມັກຄີ ປອງດອງປະຊາຊົນລາວຊາວແຂວງ ບໍລິຄຳໄຊ ໂດຍສະເພາະມວນຊົນເທດສະບານແຂວງ ໄດ້ມີການພົບປະເຊີ່ງກັນ ແລະ ກັນ,ເພື່ອສຸຂະພາບ,ມິດຕະພາບ ແລະ ທັງເປັນການອອກກຳລັງກາຍເພື່ອຫ່າງໄກຈາກສີ່ງເສບຕິດອື່ນໆ.
Editor: ກຳປານາດ ລັດຖະເຮົ້າ