ໃນວັນທີ 18 ສິງຫາ 2017 ຜ່ານມານີ້, ໜ່ວຍພັກກອງກວດກາປ່າໄມ້ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼູບຕີລາຄາ ການຈັດຕັ້ງປະຕິບັດວຽກງານໄລຍະ 3 ປີຜ່ານມາ ແລະ ວາງທິດທາງແຜນການ 2 ປີ ຕໍ່ໜ້າຂຶ້ນ ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ,ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມອົກ ໜໍ່ຈະເລີນ ຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ, ມີບັນດາເລຂາໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້, ພ້ອມດ້ວຍສະມາຊິກພັກ ພາຍໃນໜ່ວຍພັກກອງກວດກາປ່າໄມ້ແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ພອນໄຊ ສຸວັນດີ ເລຂາໜ່ວຍພັກ ກອງກວດກາປ່າໄມ້ ແຂວງວຽງຈັນ ໄດ້ກ່າວໃນບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານໄລຍະ 3 ປີຜ່ານມາ ແລະ ທິດທາງແຜນການ 2 ປີຕໍ່ໜ້າ ວ່າ: ໃນໄລຍະ 3 ປີຜ່ານມາຄະນະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ-ນຳພາທຸກໜ່ວຍງານ ເພຶ່ອປະຕິບັດໜ້າທີ່ການເມືອງຂອງຕົນ ຕາມພາລະບົດບາດສິດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍ,ຊຸກຍູ້ຊີ້ນຳ-ນຳພາໃຫ້ແຕ່ລະໜ່ວຍງານ ມີການເຄື່ອນໄຫວປະກອບສ່ວນເຮັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ ເຊີ່ງສະແດງອອກໃນ 3 ປີຜ່ານມາ, ສາມາດຢຶດຈັກຕັດໄມ້ໄດ້ທັງໝົດ 296 ເຄື່ອງ ໃນນັ້ນໄດ້ຈັດພິທີທຳລາຍຢູ່ເມືອງກາສີ ຈຳນວນ 123 ເຄື່ອງ, ຢູ່ເມືອງວັງວຽງ 98 ເຄື່ອງ ແລະ ຢູ່ເມືອງຫີນເຫີບ 27 ເຄື່ອງ, ພ້ອມທັງໝ້ໍຊ໋ອດປາ 3 ເຄື່ອງ, ປືນແກັບ 8 ກະບອກ. ສາມາດກວດກາສະກັດກັ້ນຜູ້ລັກລອບຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ຜິດກົດໝາຍ ໄດ້ທັງໝົດ 500 ກວ່າແມັດກ້ອນ, ໃນນັ້ນ ມີໄມ້ຄຳພີ້ 1 ກວ່າແມັດກ້ອນ, ໄມ້ຂະຍຸງ 12 ກວ່າແມັດກ້ອນ, ໄມ້ດູ່ແປຮູບ 27 ກວ່າແມັດກ້ອນ, ໄມ້ຄຸ້ມຄອງ 163 ກວ່າແມັດກ້ອນ, ໄມ້ແຄນຢ່ອງ 22 ກວ່າແມັດກ້ອນ, ໄມ້ແປກແປຮູບ 37 ກວ່າແມັດກ້ອນ, ໄມ້ເຫຼັກແປຮູບ 2 ແມັດກ້ອນ, ໄມ້ຂຽງ 252 ກວ່າແມັດກ້ອນ, ຖ່ານຂາວ 13 ພັນກວ່າກິໂລ, ຖ່ານດຳ 1 ພັນກວ່າເປົາ, ໄມ້ປ່ອງຜ່າເປັນກີບ 45 ກິໂລ, ເຄືອເຂົາເບັດ 300 ກິໂລ, ຫວາຍ 750 ກິໂລ, ໄດ້ສຶກສາອົບຮົມຜູ້ຖາງປ່າເຮັດໄຮ່ ເລື່ອນລອຍຢູ່ເມືອງໝື່ນ,ເມືອງຊະນາຄາມ ແລະ ເມືອງແມດ ມີ 148 ຄອບຄົວ, ໃນເນື້ອທີ່ 300 ກວ່າເຮັກຕາ, ປັບໃໝ່ຊົດເຊີຍຄ່າເສຍຫາຍເປັນເງິນ 700 ກວ່າລ້ານກີບ (ມອບເຂົ້າງົບປະມານຂອງເມືອງ), ອາຍັດໄມ້ປ່ອງ ຢູ່ເມືອງຫີນເຫີບ ຈຳນວນ 14 ໂຕນ. ສາມາດກວດກາອາຍັດສິ້ນສ່ວນສັດປ່າໄດ້ 200 ກວ່າກິໂລ ມີຊີ້ໝູປ່າ, ຊີ້ນຟານ, ຊີ້ເຫງັນ, ຫົວເຍືອງ, ຫົວໝີ, ຫົວເຫງັນ, ກະໂຫຼກຫົວກວາງ, ກະໂຫຼກເຂົາຟານ, ໜັງໝີແຫ້ງ, ບີໝີປ່າ, ຕີນໝີ ແລະ ສັດປ່າ ໄດ້ເກຶອບ 400 ໂຕ, ເທົ່າກັບ100 ກວ່າກິໂລ ມີໂຕໄກ່ຂວ່າ, ກະຮອກ, ເຈຍ, ໄກ້, ນົກເຂົາ, ເຫງັນ, ໄກ່ປ່າ, ບ່າງລ້ວາ, ໂຕຫອນ, ໂຕຈ້ອນ, ໂຕອົ້ນ,ໂຕເຕົ່າ, ໂຕເຮ້ຍ, ໂຕລີງ
ໃນນັ້ນມີ ສັດປ່າໂຕເປັນ 23 ໂຕ, ເຊິ່ງໄດ້ປ່ອຍຄືນສູ່ທຳມະຊາດ, ສ່ວນໂຕຕາຍ ແລະ ສິ້ນສ່ວນສັດປ່າ ນັ້ນແມ່ນໄດ້ຈັດພິທີຈູດທຳລາຍແລ້ວ 6 ຄັ້ງ ຢູ່ເມືອງກາສີ, ເມືອງວັງວຽງ ແລະ ເມືອງຫີນເຫີບ. ໄດ້ດຳເນີນຄະດີສຶກສາອົບຮົມ, ປັບໃໝເອົາເງິນຜູ້ກະທຳຜິດຕໍ່ກົດໝາຍປ່າໄມ້ ເຂົ້າງົບປະມານແຂວງ ທັງໝົດ 48 ລາຍ,ໃນນັ້ນໄດ້ສຶກສາອົບຮົມ-ກ່າວເຕືອນ 22 ລາຍ ແລະ ແກ້ໄຂຄະດີສຳເລັດ 26 ຄະດີ, ມີໄມ້ແປຮູບ 169 ແມັດກ້ອນ, ຖ່ານຂາວ 13 ພັນກວ່າກິໂລ, ຖ່ານດຳ 1 ພັນກວ່າເປົາ, ໄມ້ປ່ອງຜ່າເປັນກີບ 45 ພັນກິໂລ, ປັບໃໝເປັນເງິນ 400 ລ້ານກວ່າກີບ, ປັບໃໝແລ້ວສົ່ງໄມ້ຄືນ 141 ກວ່າແມັດກ້ອນ, ເປັນເງິນ 150 ລ້ານກວ່າກີບ, ປັບໃໝແລ້ວຢຶດໄມ້ເປັນຂອງລັດ ຈຳນວນ 31 ກວ່າແມັດກ້ອນ, ເປັນເງິນ 52 ລ້ານກວ່າກີບ.
Editor: ກຳປານາດ ລັດຖະເຮົ້າ