ຕາມການເປີດເຜີຍຂອງຜູ້ຮັບເຫມົາໂຄງການ ເສັ້ນທາງເບຕົງເສີມເຫລັກ ແຕ່ 3 ແຍກ ຈີ່ນາຍໂມ້ ຫາ ບ້ານຫາດຊາຍຟອງ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ໂຄງການກໍ່ສ້າງດັ່ງກ່າວແມ່ນມີແຜນໃຫ້ສຳເລັດສົມບູນ ໃນຕົ້ນ ປີ 2018 ທີ່ຈະມາເຖິງນີ້, ເຊີ່ງເສັ້ນທາງດັ່ງກ່າວ ແມ່ນມີຄວາມຍາວ 14 ກິໂລແມັດ, ກວ້າງ 15 ແມັດ ແລະ ທາງຄົນຍ່າງເບື້ອງລະ 1,5 ແມັດ. ເຊີ່ງບໍລິສັດ ຮັບເຫມົາເປັນຜູ້ລົງທຶນກ່ອນ 100 ສ່ວນຮ້ອຍ, ພາຍຫລັງສຳເລັດແລ້ວ ລັດຖະບານຈະເປັນຜູ້ຊຳລະຄືນ ພາຍໃນ 5 ປີ, ເພື່ອເຮັດໃຫ້ໂຄງການດັ່ງກ່າວບັນລຸໄປຕາມແຜນທີ່ກຳນົດໄວ້ ບໍລິສັດ ຜູ້ຮັບເຫມົາໄດ້ເລັງວາງທໍ່ລະບາຍນ້ຳ ແລະ ເລັງປູເບຕົງຫນ້າທາງ ໃຫ້ສຳເລັດ ໃນທ້າຍປີ 2017 ແລະ ສຶບຕໍ່ສູ້ຊົນໃຫ້ໂຄງການສຳເລັດວຽກທັງໝົດ ໃນລະຫວ່າງເດືອນ ເມສາ ຫາ ເດືອນພຶດສະພາ 2018. ປະຈຸບັນໂຄງການມີຄວາມຄຶບຫນ້າຫລາຍກວ່າ 60 ສ່ວນຮ້ອຍ, ໂອກາດດັ່ງກ່າວ ທ່ານ ຄູນສົມບັດ ເຟື້ອຍມະນິວົງ ຫົວຫນ້າໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫລັກ ແຕ່ 3 ແຍກ ຈີນາຍໂມ້ ຫາ ບ້ານຫາດຊາຍຟອງ ໄດ້ໃຫ້ສຳພາດແກ່ນັກຂ່າວລາຍການວ່າ: ໂຄງການດັ່ງກ່າວນີ້, ໄດ້ເລີ່ມລົງມືມາແຕ່ເດືອນພຶດສະພາ 2016 ເສັ້ນທາງມີຄວາມຍາວ ທັງໝົດ 14 ກິໂລແມັດ. ຜ່ານການຈັດຕັ້ງປະຕິບັດມາເຖິງປະຈຸບັນ ສຳເລັດຫນ້າວຽກວາງທໍ່ລະບາຍນ້ຳ ແຕ່ກິໂລແມັດທີ 4 ຫາ ກິໂລແມັດ ທີ 10 , ນອກນັ້ນກໍ່ຍັງສຳເລັດວຽກລົງດິນ, ການປູເບຕົງຫນ້າທາງ ໄດ້ 7 ກິໂລແມັດ, ສຳເລັດການຍົກຍ້າຍສິ່ງກິດຂວາງ ເກືອບ 100 ສ່ວນຮ້ອຍ, ຄາດວ່າທ້າຍປີນີ້ ການເທເບຕົງຄົງສຳເລັດ, ສ່ວນວຽກທີ່ຍັງເຫລືອ ຄືການຕົບແຕ່ງປະດັບປະດາ ທາງຄົນຍ່າງ ທາງສອງເບື້ອງ, ໄຟຟ້າເຍືອງທາງ ໃຫ້ສຳເລັດກ່ອນ ວັນກຳນົດ.
Editor: ກຳປານາດ ລັດຖະເຮົ້າ