ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ໂຄງການໃສໃຈຫຼວງພະບາງ ໄດ້ຈັດການເຜີຍແຜ່ເອກະສານມອບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນຂຶ້ນ,ໂດຍການເສີມຂະຫຍາຍແນວທາງ ແລະ ເພີ່ມທະວີຄວາມເຂົ້າໃຈ ໃຫ້ກັບພາກລັດຜູ້ທີ່ກຳນົດນະໂຍບາຍ, ຫຼັກການ ແລະ ນຳພາການຈັດຕັ້ງປະຕິບັດການພັດທະນາການທ່ອງທ່ຽວແບບຍືນຍົງ, ເຊິ່ງໃນໄລຍະຜ່ານມາ ສປປ ລາວ ໄດ້ພັດທະນາການ ທ່ອງທ່ຽວຕາມແນວທາງນະໂຍບາຍຂອງລັດຖະບານ, ແຜນຍຸດທະສາດພັດທະນາວຽກງານ ຖວທ 2016-2025 ແລະ ວິໄສທັດຮອດ ປີ 2030, ແຜນຍຸດທະສາດການທ່ອງທ່ຽວຂອງອາຊຽນ ປີ 2016-2025 ໂດຍເນັ້ນໃສ່ການພັດທະນາການທ່ອງທ່ຽວແບບຍືນຍົງ ແນ່ໃສ່ປົກປັກຮັກສາຊັບພະຍາກອນທຳມະຊາດ ທີ່ມີຢູ່ຢ່າງປະ ຢັດ, ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃນຂະແໜງການທ່ອງທ່ຽວໃຫ້ກຳແໜ້ນກ່ຽວກັບຮູບແບບ, ວິທີການຜັນຂະຫຍາຍການຈັດຕັ້ງປະຕິບັດ ທັງເປັນບ່ອນອີງໃນການພັດທະນາການທ່ອງທ່ຽວແບບຍືນຍົງຂອງ ສປປ ລາວ
ຈຸດໝາຍປາຍທາງການທ່ອງທ່ຽວ ຈຳນວນໜຶ່ງ ໃນບັນດາປະເທດສະມາຊິກອາຊຽນໄດ້ຮັບຜົນປະໂຫຍດຈາກການທ່ອງທ່ຽວທີ່ຂະຫຍາຍຕົວໄວ, ຊ່ອງຫວ່າງດ້ານເສດຖະກິດ-ສັງຄົມ ທີ່ສຳຄັນຍັງຄົງມີຢູ່ໃນບັນດາປະເທດເຫຼົ່ານີ້ ແລະ ບັນດາສິ່ງທ້າທາຍທີ່ເພີ່ມຂຶ້ນສາມາດສັງເກດໄດ້ຈາກການປົກປັກຮັກສາມໍລະດົກທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ. ໃນການມອບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ນີ້ກໍ່ແມ່ນແນໃສ່ສົ່ງເສີມໃຫ້ນັກທ່ອງທ່ຽວຊົມຈຸດໝາຍປາຍທາງ ແລະ ຜະລິດຕະພັນໄດ້ມາດຕະຖານຄວາມຍືນຍົງຂອງອາຊຽນ, ປູກຈິດສຳນຶກກ່ຽວກັບຄວາມຫຼາກຫຼາຍ ແລະ ຄຸນະພາບຂອງອາຊຽນ, ໂຄສະນາບັນດາປະເທດ ແລະ ພາກພື້ນອາຊຽນຊ່ວຍຫຼຸດຜ່ອນຄວາມແອອັດເຮັດໃຫ້ການໄຫຼວຽນຂອງນັກທ່ອງທ່ຽວຕໍ່ກັບຈຸດໝາຍປາຍທາງດຸນດ່ຽງກັນ, ໃຫ້ລາງວັນການທ່ອງທ່ຽວ ທີ່ມີຄວາມຍືນຍົງ, ສ້າງຮູບແບບການແລກປ່ຽນດ້ານການຈັດຕັ້ງປະຕິບັດທີ່ດີໃນລະດັບອາຊຽນ, ສົ່ງເສີມເຄືອຄ່າຍຜະລິດຕະພັນທີ່ໄດ້ຮັບລາງວັນທີ່ສາມາດຊັກຈຸງຈຸດໝາຍປາຍທາງແຫ່ງອື່ນໆ ເພື່ອຮັບຮອງເອົາຮູບແບບການພັດທະນາການທ່ອງທ່ຽວແບບຍືນຍົງ, ຊ່ວຍເຫຼືອບັນດາອົງການທີ່ກ່ຽວຂ້ອງຢູ່ໃນລະດັບທ່ອງຖິ່ນ ແລະ ການເພີ່ມຂຶ້ນຂອງການລົງທຶນສຳລັບພາກທຸລະກິດ, ໃຫ້ລາງວັນໃນການປ່ຽນແປງໃໝ່ ແລະ ການມີສ່ວນຮ່ວມຕໍ່ສັງຄົມ ແລະ ສິ່ງແວດລ້ອມເຮັດໃຫ້ມີການຈັດຕັ້ງປະຕິບັດກິດຈະກຳຍຸດທະສາດຫຼາຍກິດຈະກຳ ຈາກຮອບວຽນທົ່ວໄປຂອງແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025 ແລະ ແຜນປະຕິບັດງານ 5 ປີ 2016-2020
ກອງປະຊຸມຄະນະຮັບຜິດຊອບການຈັດຕັ້ງປະຕິບັດ ແລະ ປະເມີນຜົນຫາລືການມອບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ 15-17 ສິງຫາ 20147 ນີ້ ໂດຍການເຂົ້າຮ່ວມຂອງ ທ່ານນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຄະນະຮັບຜິດຊອບການຈັດຕັ້ງປະຕິບັດ ແລະ ປະເມີນຜົນຈາກກົມພັດທະນາການທ່ອງທ່ຽວ, ກົມໂຄສະນາການທ່ອງທ່ຽວ, ກົມຄຸ້ມຄອງການ ທ່ອງທ່ຽວ, ກົມມໍລະດົກ, ກົມວັດທະນະທຳມະຫາຊົນ ແລະ ສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ, ພະແນກ ຖວທ ຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ພາກທຸລະກິດ, ບັນດາຊ່ຽວຊານອົງການຈັດຕັ້ງສາກົນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ