ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ນຳເອົາສຳນວນຄະດີອາຍາ 2 ເລື່ອງ ຂຶ້ນມາພິຈາລະນາໃນວັນທີ 11 ສິງຫາ 2017 ຜ່ານມາ, ຄະດີທີ 1. ຈໍາເລີຍຊື່ທ້າວ ຄໍາພອນ ຫຼື ດົວທໍ ອາຍຸ 31 ປີ ຢູ່ບ້ານ ໂພໄຊ, ເມືອງແບງ ແລະ ຄະດີທີ 2. ຈໍາເລີຍຊື່ນາງ ແທດ ອາຍຸ 44 ປີ ຢູ່ບ້ານປາກແບງ, ເມືອງປາກແບງ, ແຂວງອຸດົມໄຊ ໂດຍໄດ້ຕັດອິດສະຫຼະພາບ ຈໍາເລີຍຄົນລະ 5 ປີ ປັບໃໝຄົນລະ 10.000.000 ກີບ ໃນສະຖານຄ້າຂາຍຢາເສບຕິດ.
ໃນຫ້ອງປະຊຸມສານໄອຍະການໄດ້ຖະແຫຼງວ່າ: ທ້າວ ຄຳພອນ ຖືກກັກຕົວໃນວັນທີ 4 ຕຸລາ 2016 ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບ ຕິດໄວ້ໃນຄອບຄອງປະເພດຢາບ້າ ຈຳນວນ 566 ເມັດ. ສ່ວນນາງ ແທດ ຖືກກັກຕົວໃນວັນທີ 20 ຕຸລາ 2016 ພ້ອມຂອງກາງຢາບ້າ ຈໍານວນ 146 ເມັດ, ສອງຄະດີດັ່ງກ່າວແມ່ນໄດ້ເຄື່ອນໄຫວລັກລອບຊື້-ຂາຍ ຢາເສບຕິດ ທີ່ຜິດຕໍ່ກົດໝາຍຕາມກົດໝາຍ ແລະ ຍັງສ້າງຄວາມບໍ່ເປັນລະບຽບໃຫ້ກັບສັງຄົມ.
ຜ່ານການດໍາເນີນຄະດີມາຮອດ ວັນທີ 11 ສິງຫານີ້, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ແຂວງ ອຸດົມໄຊ ຈຶ່ງຮວບຮວມເອກະສານ, ຫຼັກຖານ ແລະ ຄຳຮັບສາລະພາບຂອງຈຳເລີຍໃນຂັ້ນເຈົ້າໜ້າທີ່ສານ ຈຶ່ງເຫັນຄວນຕັດອິດສະຫຼະພາບ ຈຳເລີຍທັງ 2 ຄົນລະ 5 ປີ ປັບໃໝ 10.000.000 ກີບ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ