ໃນວັນທີ 12 ກໍລະກົດ 2017, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ປະສານກັບ ປກສ ກຸ່ມ II ບ້ານຫ້ອມ, ເຂົ້າຈັບຕົວຜູ້ທ້າວ ແສງທະວີ ອາຍຸ 20 ປີ ຢູ່ບ້ານຫ້ອມໃຕ້ ແລະ ທ້າວ ບົວລິວັນ ອາຍຸ 29 ປີ ຢູ່ບ້ານຈຽມ ປາງ ທັງສອງຢູ່ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
ຜ່ານການສອບສວນຂະຫຍາຍຜົນ ທ້າວ ແສງທະວີ ຮັບສາລະພາບ ວ່າ: ຜູ້ກ່ຽວໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2016 ຈຳນວນ ຫຼາຍຄັ້ງ. ຄັ້ງຫຼ້າສຸດ, ວັນທີ 12 ກໍລະກົດ 2017 ຜູ້ກ່ຽວໄດ້ໂທລະສັບສັ່ງຊື້ຢາບ້ານໍາທ້າວ ບົວລິວັນ 200 ເມັດ. ຫຼັງຈາກນັ້ນ, ທ້າວ ບົວລິວັນ ໄດ້ເອົາຢາບ້າມາສົ່ງໃຫ້ ແລ້ວຜູ້ກ່ຽວນໍາມາເສບເອງ 2 ເມັດ ແລະ ນໍາໄປຂາຍ ຈໍານວນ 131 ເມັດ ຍັງເຫຼືອ 67 ເມັດ ຈາກນັ້ນ, ກໍຖືກເຈົ້າໜ້າທີ່ ກັກຕົວ ພ້ອມຂອງກາງຢາບ້າຈຳນວນ 65 ເມັດ ຢູ່ເຮືອນ.
ທ້າວ ບົວລິວັນ ສາລະພາບວ່າ: ຜູ້ກ່ຽວໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາ ເສບຕິດ ມາແຕ່ປີ 2016, ຜ່ານມາເຄີຍຊື້ຢາບ້າມາຂາຍ ຈໍານວນຫຼາຍຄັ້ງ ຈົນບໍ່ສາມາດຈື່ໄດ້, ຊື້ຄັ້ງລະ 400-600 ເມັດ ພາຍຫຼັງໄດ້ຢາບ້າມາ ແລ້ວກໍນໍາໄປຂາຍໃຫ້ກັບທ້າວ ແສງທະວີ ແລະ ໄວລຸ້ນ. ມາວັນທີ 12 ກໍລະກົດ 2017, ຜູ້ກ່ຽວໄດ້ນໍາເອົາຢາບ້າໄປສົ່ງໃຫ້ທ້າວ ແສງທະວີ 200 ເມັດ ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວຢູ່ບ້ານຫ້ອມ ຂະນະທີ່ກຳລັງຂີ່ລົດກັບເຮືອນ ພ້ອມຂອງກາງດັ່ງກ່າວ.
ປັດຈຸບັນ, ຄະດີດັ່ງກ່າວກຳລັງສືບສວນ-ສອບສວນເພີ່ມ ເພື່ອຂະຫຍາຍຜົນ ແລະ ດຳເນີນຄະດີກັບພວກກ່ຽວຕາມຂັ້ນຕອນຂອງ ກົດໝາຍ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ