ບໍລິສັດ ຫາຍຫານການທຸລະກິດ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ເສັ້ນທາງເບຕົງເສີມເຫຼັກແຕ່ 3 ແຍກຈີ່ນາຍໂມ້ ຫາ ບ້ານຊາຍຟອງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເປີດເຜີຍວ່າ ບໍລິສັດ ຈະເລັ່ງເທເບຕົງຫນ້າທາງໃຫ້ສຳເລັດພາຍໃນທ້າຍປີນີ້ ແລະ ໃຫ້ສຳເລັດການກໍ່ສ້າງຢ່າງສົມບູນກ່ອນກາງປີຫນ້າ.
ເພື່ອເຮັດໃຫ້ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 3 ແຍກຈີ່ນາຍໂມ້ ຫາ ບ້ານຊາຍຟອງ ບັນລຸຕາມແຜນການທີ່ກຳນົດໄວ້, ບໍລິສັດໄດ້ເລັ່ງວາງທໍ່ລະບາຍນ້ຳ ແລະ ຈະເລັ່ງປູເບຕົງໜ້າທາງ ໃຫ້ສຳເລັດໃນທ້າຍປີ 2017 ນີ້ ແລະ ຈະສູ້ຊົນໃຫ້ສຳເລັດໂຄງການທັງໝົດໃນເດືອນເມສາ-ພຶດສະພາ ປີ 2018. ເຊິ່ງມາຮອດປັດຈຸບັນໂຄງການມີຄວາມຄືບໜ້າ 60%
ຂະນະທີ່ທ່ານ ຄູນສົມບັດ ເຟື້ອຍມະນີວົງ, ຫົວຫນ້າໂຄງການກໍ່ສ້າງ ເສັ້ນທາງເບຕົງເສີມເຫຼັກ ແຕ່ 3 ແຍກຈີ່ນາຍໂມ້ ຫາ ບ້ານຊາຍຟອງ ໃຫ້ຮູ້ວ່າ: ໂຄງການນີ້ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນພຶດສະພາ 2016, ມີຄວາມຍາວ 14 ກິໂລແມັດ ກວ້າງ 15 ແມັດ, ທາງຄົນຍ່າງເບື້ອງລະ 1.5 ແມັດ. ຜ່ານການຈັດຕັ້ງປະຕິບັດສາມາດບັນລຸ ໜ້າວຽກວາງທໍ່ລະບາຍນ້ຳ ແຕ່ກິໂລແມັດທີ 4 ຫາ ກິໂລແມັດທີ 10 ສຳເລັດຈຳນວນໜຶ່ງ, ສຳເລັດວຽກລົງດິນ, ປູເບຕົງໜ້າທາງໄດ້ 7 ກິໂລແມັດ ໂດຍເລີ່ມແຕ່ 3 ແຍກຈີ່ນາຍໂມ້ມາຫາກິໂລແມັດທີ 7, ສຳເລັດວຽກຍົກຍ້າຍສິ່ງກີດຂວາງ ເກືອບ 100%, ຄາດວ່າຮອດທ້າຍປີນີ້ ຈະເລັ່ງປູເບຕົງໜ້າທາງໃຫ້ສຳເລັດ, ໃຫ້ຍັງເຫຼືອວຽກຕົກແຕ່ງປະດັບປະດາ, ທາງຄົນຍ່າງ ແລະ ໄຟເຍືອງທາງ ໃຫ້ສຳເລັດກ່ອນກາງປີຫນ້າ.
ການດຳເນີນໂຄງການແມ່ນບັນລຸ 60% ແລະ ໄລຍະທາງ 7 ກິໂລແມັດ ທີ່ປູເບຕົງໜ້າທາງສຳເລັດ ນັ້ນແມ່ນອຳນວຍຄວາມສະດວກໃຫ້ກັບການສັນຈອນໄປມາຂອງພໍ່ແມ່ປະຊາຊົນເຂດດັ່ງກ່າວໄດ້ດີຂຶ້ນ, ແຕ່ສິ່ງທີ່ໜ້າເປັນຫ່ວງກໍ່ຄືການສັນຈອນໄປມາ (ແລ່ນລົດ) ຂອງປະຊາຊົນຈຳນວນໜຶ່ງໃນເຂດນັ້ນແມ່ນມີຄວາມໄວຫຼາຍ ອັນສົ່ງຜົນເຮັດໃຫ້ສ່ຽງຕໍ່ການເກີດອຸບັດເຫດ ດັ່ງນັ້ນ ກໍຢາກຝາກເຖິງໃຫ້ປະຊາຊົນຜູ້ທີ່ສັນຈອນໄປມາຕາມເສັ້ນທາງດັ່ງກ່າວນີ້ໃຫ້ມີຄວາມລະມັດລະວັງຫຼາຍຂຶ້ນ, ຄອຍໄປຄ່ອຍມາຕື່ມ.
Editor: ຕະວັນ ແສງສະຫວັນ