ໃນວັນທີ 12 ສິງຫາ 2017, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ, ກະຊວງ ປກສ ໄດ້ເຂົ້າຈັບຕົວເປົ້າໝາຍ 2 ຄົນຊື່ ທ້າວ ວັນທາ ອາຍຸ 29 ປີ ຢູ່ບ້ານຜົ້ງສາລີ, ເມືອງຜົ້ງສາລີ, ແຂວງ ຜົ້ງສາລີ ແລະ ທ້າວ ໄມແສງ, ອາຍຸ 35 ປີ ຢູ່ບ້ານມອມ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ພ້ອມຂອງກາງ ເຮໂຣອິນ 1 ແທ່ງ ນ້ຳໜັກ 380,9 ກຼາມ, ລົດໃຫຍ່ 1 ຄັນ, ລົດຈັກ 1 ຄັນ, ໂທລະສັບມືຖື 1 ໜ່ວຍ ແລະ ເງິນຈຳນວນໜຶ່ງ.
ປັດຈຸບັນ, ພວກກ່ຽວຍັງຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນ ຂະຫຍາຍຜົນຫາເຄືອຄ່າຍ, ກຸ່ມແກ້ງ,ຜູ້ເປັນຫົວໂປໂຕການ ເພື່ອຕິດຕາມຈັບຕົວໄປດຳເນີນຄະດີຕາມຂັ້ນນຕອນຂອງກົດໝາຍ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ