ທ່ານ ພອນທິບ ຍົກໄຊຍະຄຳ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ເພື່ອນຳເອົາຮ່າງຂໍ້ຕົກລົງ ຂອງນະຄອນຫຼວງວຽງຈັນ ເພື່ອມາທາມທາມຄວາມຄິດເຫັນ ຈາກຜູ້ປະຕິບັດຕົວຈິງ ກໍ່ຄືຊາວຊ່າງຫັດຖະກຳ ບ້ານອ່າງນໍ້າຫຸມ ໄດ້ປະກອບຄວາມເຫັນໃສ່ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອເຮັດໃຫ້ ຮ່າງນະຕິກຳພາຍຫຼັງເຊັນອອກມາແລ້ວ ໄດ້ປະຕິບັດຢ່າງມີປະລິດທີ່ຜົນ. ສຳລັບ ເຫດຜົນໃນການເລືອກເອົາກຸ່ມຫັດຖະກຳບ້ານອ່າງນໍ້າຫຸມ ເປັນເປົ້າໝາຍຫຼັກຂອງເມືອງນັ້ນ ກໍ່ຍ້ອນຄວາມພ້ອມຂອງກຸ່ມ ແລະ ຄວາມຢາກພັດທະນາຂອງກຸ່ມ ເຊິ່ງໃນເມືອງນາຊາຍທອງ ກໍ່ມີຫຼາຍກຸ່ມການຜະລິດ ແຕ່ຍັງກະແຈກກະຈາຍ ສະນັ້ນ ບ້ານອ່າງນໍ້າຫຸມມີຄວາມພ້ອມທີ່ສຸດ.
ດ້ານທ່ານ ນາງ ອຳພອນ ພັນນຸວົງ, ຫົວໜ້າຂະແໜງ ອຸດສາຫະກຳ ແລະ ຫັດຖະກຳ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ສຳລັບ ຮ່າງຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງບ້ານຫັດຖະກໍາ ມີທັງ ໝົດ 3 ໝວດ 17 ມາດຕາ ເຊິ່ງໃນນັ້ນ: ມາດຕາ 5 ໄດ້ກຳນົດຫຼັກການຂອງການສ້າງຕັ້ງບ້ານຫັດຖະກຳ ມີດັ່ງນີ້: 1. ຕ້ອງມີຜູ້ຜະລິດສິນຄ້າຫັດຖະກຳພາຍໃນບ້ານ; 2. ການສົ່ງເສີມ ແລະ ພັດທະນາຜະລິດຕະພັນຫັດຖະກຳພາຍໃນບ້ານແບບຍືນຍົງ; 3. ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ; 4. ການພັດທະນາ ແລະ ອະນຸລັກສີໄມ້ລາຍມືທີ່ເປັນເອກະລັກ ແລະ ມີມູນເຊື້ອພາຍໃນບ້ານໃຫ້ຍືນຍົງ; 5. ຮັບປະກັນຄວາມປອດໄພຂອງຜູ້ຜະລິດ; 6. ເຄົາລົບ ແລະ ປະຕິບັດລະບຽບການຂອງບ້ານ; ແລະ 7. ຮັບປະກັນທາງດ້ານການຕະຫຼາດ.
ມາດຕາ 7 ມາດຖານບ້ານຫັດຖະກຳ ການກຳນົດມາດຖານການຜະລິດພາຍໃນບ້ານຫັດຖະກຳ ປະກອບດ້ວຍເງື່ອນໄຂ ດັ່ງນີ້: 1. ຕ້ອງມີຜູ້ຜະລິດເຄື່ອງຫັດຖະກຳພາຍໃນບ້ານບໍ່ຫຼຸດ 40% ຂອງຄອບຄົວທີ່ຢູ່ໃນບ້ານຂຶ້ນໄປ ຈຶ່ງສາມາດຮັບຮອງເປັນບ້ານຫັດຖະກຳ. 2. ສົ່ງເສີມການນຳໃຊ້ວັດຖຸດິບພາຍໃນ. 3. ການຜະລິດຫັດຖະກຳດ້ວຍການນຳໃຊ້ແຮງງານຄົນເປັນຕົ້ນຕໍ ແລະ ສາມາດນຳໃຊ້ເຄື່ອງຈັກຈຳນວນໜຶ່ງເປັນເຄື່ອງຊ່ວຍແຮງ. 4. ສະຖານຜະລິດຮັບປະກັນໃຫ້ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮ້ອຍ. 5. ຜູ້ຜະລິດຕ້ອງຮັບປະກັນການຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວ. 6. ຜູ້ຜະລິດຕ້ອງຮັບປະກັນຄຸນນະພາບສິນຄ້າຂອງເຄື່ອງຫັດຖະກຳ. 7. ມີສະຖານທີ່ເຕົ້າໂຮມສິນຄ້າຫັດຖະກຳພາຍໃນບ້ານ ເພື່ອວາງສະແດງ ແລະ ຈຳໜ່າຍ.
Editor: ຕະວັນ ແສງສະຫວັນ