ເສດຖະກິດ ສປປ ລາວ ໄດ້ມີການຂະຫຼາຍຕົວຢ່າງວ່ອງໄວໃນຊຸມປີທີ່ຜ່ານມາ ບັນດາຫົວໜ່ວຍເມືອງໃຫຍ່ໄດ້ມີບັນດາໂຮງຈັກໂຮງງານ ແລະ ຮ້າງຮ້ານຫຼາຍຂື້ນ ແລະ ເຮັດໃຫ້ສັງຄົມ ມີກຳລັງຊື້ເພີ່ມຂື້ນນັບມື້. ປະກອບກັບຄົນຫຼັ່ງໄຫຼເຂົ້າສູ່ຕົວເມືອງໃຫຍ່ເພີ່ມຂື້ນ ເຮັດໃຫ້ຕະຫຼາດອະສັງຫາລິມະຊັບຂະຫຍາຍຕົວຢ່າງແຂງແຮງໃນຫຼາຍປີທີ່ຜ່ານມາ.
ທີ່ພັກອາໃສ່ແມ່ນໜຶ່ງໃນປັດໄຈ 4 ທີ່ຄົນຂາດບໍ່ໄດ້. ສະນັ້ນ ເມື່ອມີຄົນເພີ່ມຂື້ນຫຼາຍຄວາມຕ້ອງການກໍ່ຍິ່ງເພີ່ມຂື້ນ ນັກທຸລະກິດຈຶ່ງເຫັນໄດ້ເຖິງຄວາມສຳຄັນ ແລະ ຄວາມຕ້ອງການເຫຼົ່ານັ້ນ ຫຼາຍຄົນຈຶ່ງຫັນມາລົງທືນອະສັງຫາລິມະຊັບ ເຊັ່ນ: ການສ້າງຫ້ອງແຖວໃຫ້ເຊົ່າ, ເຮືອນໃຫ້ເຊົ່າ, ອາຄານໃຫ້ເຊົ່າ, ຕຶກຫ້ອງແຖວ, ເຮືອນຈັດສັນ, ດິນຈັດສັນ, ແລະ ອື່ນໆ ເພື່ອຕອບສະໜອງຄວາມຮ້ອງຕ້ອງການຂອງສັງຄົມ ທີ່ນັບມີນັບເພີ່ມຂື້ນ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ຕົວເມືອງໃຫຍ່ທີ່ເປັນຈຸດສູນກາງເຕົ້າໂຮມຂອງຄົນພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາເຮັດວຽກ ຫຼື ມາສຶກສາ.
ເມື່ອທຽບໃສ່ 5 ປີ ຄືນຫຼັງ ທຸລະກິດອະສັງຫາລິມະຊັບ ໃນ ສປປ ລາວ ຍັງບໍ່ທັງມີການຂະຫຍາຍຕົວ, ການແຂ່ງຂັນຍັງບໍ່ຫຼາຍ ນັກທຸລະກິດ ສ່ວນຫຼາຍຈະສົນໃນລົງທືນເຂົ້າໃນວຽກງານການກໍ່ສ້າງພື້ນຖານໂຄງລ່າງ, ການຂຸດຄົ້ນແຮ່ທາດ, ໂຄງການຜະລິດໄຟຟ້າຫຼາຍກວ່າການລົງທືນດ້ານອະສັງຫາ. ນັບແຕ່ປີ 2012 ເປັນຕົ້ນມາ ນັກທຸລະກິດຈຳນວນໜ່ຶ່ງກໍ່ຄ່ອຍໆໃຫ້ຄວາມສົນໃຈມາລົງທືນດ້ານອະສັງຫາລິມະຊັບຫຼາຍຂື້ນ ເນື່ອງຈາກເປັນທຸລະກິດ ທີ່ມີຄວາມສຽງໜ້ອຍ ແຕ່ໄດ້ຜົນຕອບແທນທີ່ສູງ, ເຮັດໃຫ້ປັດຈຸບັນເກີດມີການຈັດສັນດິນ, ໂຄງການສ້າງເຮືອນຈັດສັນ, ຫ້ອງການໃຫ້ເຊົ່າ, ອາພາດເມັນ, ຄອນໂດມີນຽນ ແລະ ເຮືອນໃຫ້ເຊົ່າເປັນຈຳນວນຫຼາຍ ພ້ອມທັງແຂ່ງຂັນດ້ານການຕະຫຼາດ ເພື່ອດຶງດູດລູກຄ້າ ເຮັດໃຫ້ສັງຄົມມີຫຼາຍທາງເລືອກຂື້ນ.
ສໍາລັບ ທ່າອ່ຽງຂອງການລົງທືນ ອະສັງຫາລິມະຊັບ ໃນ ສປປ ລາວ ໃນຕໍ່ໜ້າ ຍິ່ງຈະມີການຂະຫຼຍາຍຕົວຂື້ນເລື້ອຍໆ ສົມທົບກັບຄວາມຕ້ອງການຂອງສັງຄົມ ນັບມື້ນັບເພີ່ມສູງເຊັ່ນດຽວກັນ ເຊິ່ງມັນສະແດງອອກປັດຈຸບັນຄື: ເກີດມີຫ້ອງແຖວຫຼາຍຂື້ນ ໃນແຕ່ລະເຂດ ມີຕຶກຫ້ອງແຖວ 2-3 ຊັ້ນຕາມແຄມທາງຫຼາຍຂື້ນ ທີ່ມີນະໂຍບາຍຫຼຸດແລກແຈກແຖມ ໃຫ້ກັບລູກຄ້າ, ບາງໂຄງການສາມາດໃຫ້ລູກຄ້າສຳລະໄດ້ໃນໄລຍະຍາວເຖິງ 20 ປີ, ມີໂຄງການບ້ານຈັດສັນ ລັກສະຊະເປັນເຮືອນດ່ຽວຊັ້ນດຽວ ຫຼື ສອງຊັ້ນເກີດຂື້ນຫຼາຍ ໂຄງການ ແລະ ອາພາດເມັນໃນເຂດຊຸມຊົນເປັນຕົ້ນ.
Editor: ຕະວັນ ແສງສະຫວັນ