ເນື່ອງຈາກປະຈຸບັນນີ້, ຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວແບບບໍ່ຖືກຕ້ອງ ແລະ ຍາດອາຊີບທີ່ສະຫງວນໄວ້ສຳລັບພົນລະເມືອງລາວ ເວົ້າສະເພາະແມ່ນຢູ່ແຂວງຫົວພັນພວກເຮົາ ແລະ ແຂວງອື່ນໆໃນຂອບເຂດທົ່ວປະເທດ ແມ່ນຍັງມີຈຳນວນຫຼາຍ ແລະ ນັບມື້ນັບເພີ່ມຂື້ນ ເຮັດໃຫ້ການຄຸ້ມຄອງພົບຄວາມຫຍຸ້ງຍາກ.
ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ບົດແນະນຳ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ຂໍ້ຕົກລົງ ຂອງທ່ານເຈົ້າແຂວງໃຫ້ປະກົດຜົນເປັນຈິງ ໃນການກວດກາແກ້ໄຂ ແລະ ຄຸ້ມຄອງຊາວຄ້າຂາຍຍ່ອຍຕ່າງປະເທດ ທີ່ທຳມາຄ້າຂາຍຢູ່ແຂວງຫົວພັນ ໃຫ້ຫັນເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ ເຮັດໃຫ້ບັນຫາດັ່ງກ່າວໄດ້ຮັບການແກ້ໄຂ ສະດວກ, ວ່ອງໄວ ແນໃສ່ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍທັງປ້ອງກັນສິດ ແລະ ຜົນປະໂຫຍດບັນດາທຸລະກິດຜູ້ທີ່ເຄື່ອນໄຫວຖືກຕ້ອງ. ຕາມການເກັບກຳຂໍ້ມູນໃນທົ່ວແຂວງ ພະແນກອຸດສາຫະກຳ ແລະ ການຄ້າໄດ້ອອກໃບອະນຸຍາດຊົ່ວຄາວໃຫ້ຊາວຄ້າຂາຍຕ່າງປະເທດມີທັງໝົດ 213 ຫົວໜ່ວຍ, ໃນນີ້ມີທຸລະກິດຊາວຫວຽດນາມມີ 176 ຫົວໜ່ວຍ, ຊາວຈີນມີ 36 ຫົວໜ່ວຍ ແລະ ຊາວອິນເດຍ 1 ຫົວໜ່ວຍ. ປະເທດທຸລະກິດສ່ວນຫຼາຍແມ່ນ ຮ້ານຄ້າຂາຍຍ່ອຍ, ສ້ອມແປງໂທລະສັບ ແລະ ຂາຍໝາກໄມ້ມີ 128 ຮ້ານ, ຮ້ານອາຫານ, ຮ້ານບັນເທີງ, ຮ້ານກິນດື່ມ 20 ຮ້ານ, ຮ້ານເສີມຄວາມງາມ 8 ຮ້ານ, ຮ້ານສ້ອມແປງລົດຈັກ 48 ຮ້ານ, ຮ້ານສ້ອມແປງລົດໃຫຍ່ ແລະ ຂາຍອາໄລລົດໃຫຍ່, ພົ່ນສີ 3 ຮ້ານ ແລະ ຮ້ານຕັດແກ້ວ, ສະແຕນເລດ ມີ 6 ຮ້ານ, ປະຈຸບັນໄດ້ເຮັດບົດບັນທຶກຢຸບເລີກຈຳນວນ 36 ຫົວໜ່ວຍ. ສໍາລັບວິທີແກ້ໄຂໃນຕໍ່ໜ້າແມ່ນຈະອິງໃສ່ບັດອະນຸຍາດຂອງ ຕໍມໍ , ບັດກວດກາແຮງງານຂອງພະແນກແຮງງານສະຫວັດດີການ-ສັງຄົມ, ແຂວງຈະຈັດສະຖານທີ່ ແລະ ຮຽກການລົງທືນຂອງທຸລະກິດທີ່ມີເງື່ອນໄຂສຳປະທານ ສ້າງຕັ້ງສັບພະສີນຄ້າຖາວອນໃຫ້ຊາວຫວຽດນາມ, ບໍ່ອະ ນຸຍາດໃຫ້ ຊາວຄ້າຂາຍຍ່ອຍຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ເຊົ່າສະຖານທີ່ເພື່ອເຮັດທຸລະກິດອື່ນໆ ທີ່ຂັດກັບລະບຽບກົດໝາຍ ເປັນຕົ້ນແມ່ນ ເຊົ່າເຮືອນພະນັກງານ ທະຫານຕໍາຫຼວດ ແລະ ເຮືອນຂອງພໍ່ແມ່ປະຊາຊົນຕາມແຄມທາງ.
ກອງປະຊຸມວຽກງານຄຸ້ມຄອງຊາວຄ້າຂາຍຍ່ອຍຊາວຕ່າງປະເທດໄດ້ຈັດຂື້ນທີ່ຫ້ອງປະຊຸມພະແນກການເງີນ ພາຍໃຕ້ການຊີ້ນຳຂອງ ທ່ານ ພອນໄຊ ອິນທະວົງ ຫົວໜ້າພະແນກອຸດສາ ຫະກໍາ ແລະ ການຄ້າແຂວງຫົວພັນ ມີບັນດາທ່ານ ເຈົ້າເມືອງ-ຮອງເຈົ້າເມືອງ ພະແນກການ ທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານເທດສະບານເຂົ້າຮ່ວມ
ຂອບໃຈພາບຂ່າວ: ທີມຂ່າວຈາກແຂວງຫົວພັນ
Editor: ກຳປານາດ ລັດຖະເຮົ້າ