ຈາກຜົນກະທົບຂອງພະຍຸຊົງກາ ທີ່ເຄື່ອນຜ່ານ ປະເທດລາວ ໃນລະຫວ່າງ ວັນທີ 27-28 ກໍລະກົດ 2017 ທີ່ຜ່ານມາ, ອັນໄດ້ກໍ່ ໃຫ້ເກີດ ມີຝົນຕົກຫນັກ ຢູ່ໃນຫລາຍພື້ນທີ່ ໃນທຸກພາກຂອງປະເທດ, ສະເພາະທີ່ເມືອງແກ່ນທ້າວ, ແຂວງໄຊຍະບູລີ ໄດ້ເຮັດໃຫ້ມີນ້ຳປ່າ ໄຫລຊູແຮງ ໃນຫລາຍແຫ່ງ ສ້າງຄວາມເສຍຫາຍ ເຮັດໃຫ້ເຮືອນຊານບ້ານຊ່ອງ, ສັດລ້ຽງ ແລະ ຊັບສິນຂອງປະຊາຊົນ ຈຳນວນຫລວງຫລາຍ ຖືກເສຍຫາຍຢ່າງຫນັກ ໃນນຂັ້ນ 6 ບ້ານໃນເມືອງແກ່ນທ້າວ ໄດ່້ຮັບຜົນກະທົບ ແລະ ຫນັກກວ່າຫມູ່່ ໂດຍສະເພາະ 2 ບ້ານ ຄື: ບ້ານຫນອງ ແລະ ບ້ານປົ່ງແດງ.
ດ້ວຍຄວາມເປັນຫ່ວງເປັນໃຍ ຕໍ່ກັບພໍ່ແມ່ພີ່ນ້ອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ສະຖານີໂທລະພາບລາວສະຈາຣ ໄດ້ຮ່ວມມືກັບ ບໍລິສັດ ຫວຍຂູດ ສະແກັດ ແອນ ວິນ ປັນນ້ຳໃຈຊ່ວຍຜູ້ປະສົບໄພ ໃນຄັ້ງນີ້. ເຊີ່ງນຳທີມໂດຍ ທ່ານ ສຸດທິພອນ ຜາຟອງ ( ຫນຸ່ມປ້ອມ ) ພິທີກອນ ແລະ ຜູ້ກຳກັບ ລາຍການສະໂມສອນຊາວບ້ານ ແລະ ລາຍການແພງບ້ານເກີດ ໂທລະພາບລາວສະຕາຣ໌ ເປັນຜູ້ນຳເອົາເຄື່ອງ ເດີນທາງໄປມອບ ໃນຄັ້ງນີ້, ໂດຍການຕ້ອນຮັບ ແລະ ກ່າວຮັບ ໂດຍ: ທ່ານ ສຳລານ ສຸວັນນະໂຊດ ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ , ແຂວງໄຊຍະບູລີ ແລ້ວມອບສົ່ງຕໍ່ໃຫ້ກັບປະຊາຊົນ 2 ບ້ານ ຄື: ບ້ານຫນອງ ແລະ ບ້ານປົ່ງແດງ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ປາກະປ໋ອງ ຈຳນວນ 500 ກວ່າປ໋ອງ, ນ້ຳດື່ມຕຸກໃຫຍ່ ຈຳນວນ 600 ກວ່າຕຸກ, ຫມີສຳເລັດຮູບ ຈຳນວນ 3 ພັນ ກວ່າຫໍ່, 5 ໂຕນ ແລະ ເຄື່ອງອື່ນໆອີກຫລາຍລາຍການ ທີ່ພາກສ່ວນອື່ນໆສົມທົບ ລວມມູນຄ່າເຄື່ອງທັງຫມົດ ທີ່ນຳໄປມອບຮັບ ໃນຄັ້ງນີ້ ຫລາຍກວ່າ 50 ລ້ານກີບ.
Editor: ກຳປານາດ ລັດຖະເຮົ້າ