ຂະບວນການບໍລິຈາກເລືອດຊ່ວຍສັງຄົມ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 67 ປີ, ໄດ້ຂື້ນ ໃນວັນທີ 15 ສິງຫາ 2017 ນີ້, ທີ່ ສູນຝືກອົບຮົມແນວລາວສ້າງຊາດ ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີ ບັນດາຮອງປະທານ. ປະທານອົງການກາແດງລາວ, ປະທານສູນການຊາວໜຸ່ມ, ຜູ້ຕາງຫນ້າຈາກກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງ, ບັນດາກົມ-ອງ ອ້ອມຂ້າງ, ພະນັກງານ, ທະຫານ - ຕໍາຫຼວດ ແລະ ມວນຊົນເຂົ້າຮ່ວມ ບໍລິຈາກເລືອດເປັນຈໍານວນຫຼວງຫຼາຍ.
ດັ່ງທີ່ຮູ້ກັນແລ້ວວ່າ ວັນທີ 13 ສິງຫາ 1950 ແມ່ນວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພີມຈໍາໜ່າຍລາວ ມາຮອດປະຈຸບັນ ຄົບຮອບ 67 ປີ, ສະນັ້ນ, ເພື່ອເປັນການສະເຫຼີມສະຫຼອງວັນດັ່ງກ່າວ ສູນກາງແນວລາວສ້າງຊາດ ຮ່ວມກັບອົງການຈັດຕັ້ງທີ່ກ່ຽວຂ້ອງ, ປະຊາຊົນລາວບັນດາເຜົ່າ ຈັດຕັ້ງ ສະເຫຼີມສະຫຼອງວັນດັ່ງກ່າວ ເປັນວັນສາມັກຄີປອງດອງທົ່ວປວງຊົນ ເພື່ອຫວນຄືນເຖິງມູນເຊື້ອປະຫວັດສາດອັນສະຫງ່າອົງອາດ ແລະ ຜົນງານພົ້ນເດັ່ນຂອງຕົນໃນໄລຍະຜ່ານມາ, ເນື່ອງໃນໂອກາດດັ່ງກ່າວນີ້ ແນວລາວສ້າງຊາດເຫັນໄດ້ເຖິງຄວາມສໍາຄັນ ແລະ ຈໍາເປັນຂອງການບໍລິຈາກເລືອດ ເພື່ອຊ່ວຍເຫຼື່ອສັງຄົມ ຊຶ່ງລັດຖະບານແຫ່ງ ສປປລາວ ໄດ້ຮັບຮອງການບໍລິຈາກເລືອດ - ສົ່ງເລືອດ ເປັນນະໂຍບາຍຊອງລັດຖະບານ ນັບຕັ້ງແຕ່ປີ 1995 ເປັນຕົ້ນມາ, ຫລັງຈາກນັ້ນ ການບໍລິຈາກເລືອດແບບສະໝັກໃຈ ໂດຍບໍຮຽກຮ້ອງຜົນຕອບແທນ ໄດ້ຖືກຍອມຮັບຈາກສັງຄົມລາວ ແລະ ຈໍານວນຜູ້ເຂົ້າຮ່ວມບໍລິຈາກເລືອດ ໃນແຕ່ລະປີ ມີຈໍານວນເພື່ມຂື້ນ. ແຕ່ເຖິງຢ່າງໃດກໍ່ຕາມ ໃນເງື່ອນໄຂສັງຄົມປະຈຸບັນ ຍັງມີຄວາມຕ້ອງການເລືອດນັບມື້ ນັບເພີ່ມຂື້ນ, ເຊິ່ງມີບາງໄລຍະຢູ່ສູນເລືອດ ກໍ່ມີເລືອດຈໍາກັດ ບໍ່ສາມາດຕອບສະໜອງໃຫ້ຄົນເຈັບ ເປັນຕົ້ນແມ່ນໄລຍະທີ່ມີໄພພິບັດ, ເກີດອຸບັດຕິເຫດ ແລະ ອື່ນໆ.
ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ ສູນກາງແນວລາວສ້າງຊາດ ຈຶ່ງຮ່ວມກັບ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ອົງການກາແດງລາວ-ສູນເລືອດແຫ່ງຊາດ ແລະ ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດຕັ້ງຂະບວນການ ບໍລິຈາກເລືອດຊ່ວຍສັງຄົມ ໃນວັນສາມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຄໍາຂັວນ ” ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ ” ເພື່ອສະແດງເຖິງກ້ອນກໍາລັງ ມະຫາສາມັກຄີປອງດອງທົ່ວປວງຊົນທັງຊາດ.
Editor: ກຳປານາດ ລັດຖະເຮົ້າ