ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໄດ້ເຂົ້າຈັບທ້າວ ສາຍທະວີສອນ ຫຼື ແໜ່ງ ອາຍຸ 30 ປີ ແລະ ທ້າວ ອາດສະພັງທອງ ຫຼື ສີອຸ້ຍ ອາຍຸ 30 ປີ ຢູ່ບ້ານທົ່ງພານທອງ ທັງສອງຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທີ່ຮ່ວມກັນກໍ່ເຫດຊິງຊັບຂອງພົນລະ ເມືອງ (ດຶງກະເປົາ) ຂອງຍິງສາວຢູ່ເສັ້ນທາງຮ່ອມບ້ານໂພນສີນວນ ໃກ້ກັບກົງສູນໄທ, ເມືອງສີສັດຕະນາກ. ໃນເວລາປະມານ 13:00 ໂມງຂອງ ວັນທີ 6 ສິງຫາ 2017 ເຮັດໃຫ້ຜູ້ຍິງທີ່ເສຍຫາຍໄດ້ບາດເຈັບຫຼາຍສົມຄວນ ໂດຍຖືກຄົນຮ້າຍດຶງລາກໄປຕາມເສັ້ນທາງຫຼາຍແມັດ. ຈົນມີ ຄລິບອອກເຜີຍແຜ່ກາຍເປັນຂ່າວໃນສື່ອອນລາຍ.
ຈາກເຫດການດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະໄດ້ລົງຕິດຕາມເກັບກໍາຂໍ້ມູນຫຼັກຖານ, ພຽງແຕ່ 3 ວັນ ກໍສາມາດກັກຕົວພວກກ່ຽວໄດ້ 2 ຄົນ ພ້ອມລົດຈັກທີ່ໃຊ້ກໍ່ເຫດ. ຜ່ານການກວດຄົ້ນຫ້ອງຂອງພວກກ່ຽວ ພົບຂອງກາງກະເປົາພາຍຂອງຜູ້ຖືກຊິງຊັ ຫຼາຍສິບໜ່ວຍ; ເຊິ່ງຜ່ານການສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ຮູ້ວ່າ: ພວກກ່ຽວເຄີຍກໍ່ເຫດຊິງຊັບມາແລ້ວບໍ່ຕໍ່າກວ່າ 20 ຄັ້ງ.
ປັດຈຸບັນ, ເຈົ້າໜ້າທີ່ ປກສ ໄດ້ກັກພວກກ່ຽວໄວ້ຢູ່ຄ້າຍຄຸມຂັງ ເພື່ອສືບສວນ-ສອບສວນ ສະຫຼຸບສຳນວນຄະດີສົ່ງໃຫ້ສານຕັດສິນຕາມ ຂັ້ນຕອນຂອງກົດໝາຍ.
ເຖິງຢ່າງໃດກໍດີ, ບັນດາຜູ້ຂັບຂີ່ລົດຈັກ ກ່ອນຈະອອກຈາກເຮືອນ ໄປ-ມາ ກໍຄວນມີສະຕິລະມັດລະວັງຕົວຂຶ້ນຕື່ມ ໂດຍສະເພາະແມ່ຍິງ ເວລາຂີ່ລົດຈັກໄປຕາມເສັ້ນທາງ ບໍ່ຄວນພາຍກະເປົາແບບເປິດແປນເກີນໄປ, ຄວນພາຍກະເປົາກ່ອນ ແລ້ວຈຶ່ງນຸ່ງເສື້ອໃຫຍ່ປົກຄຸມ ເພື່ອ ປ້ອງກັນບໍ່ໃຫ້ມີຊ່ອງວ່າງໃຫ້ພວກຄົນບໍ່ດີ ຫຼື ອີກຢ່າງໜຶ່ງ ບໍ່ຄວນ ພົກພາສິ່ງຂອງທີ່ມີຄ່າໃສ່ກະເປົາຫຼາຍເກີນໄປ ເພື່ອຫຼີກລ່ຽງຄວາມເສຍຫາຍ ຕົວຢ່າງໃນກໍລະນີເຫດການທີ່ກ່າວມາຂ້າງເທິງນັ້ນ.
( ສໍາລັບ ພໍ່-ແມ່ປະຊາຊົນທ່ານໃດທີ່ສົງໄສວ່າຖືກ 2 ຄົນໃນຮູບພາບນີ້ ດຶງກະເປົາໃຫ້ໄປພົວພັນກັບເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ເພື່ອແຈ້ງຄວາມເພີ່ມກ່ຽວກັບເຄື່ອງຂອງເສຍຫາຍ)
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ