ພະແນກຕໍາຫຼວດ ສະກັດກັ້ນ ແລະ ຕ້ານຢ່າເສບຕິດ ປກສ ແຂວງຈຳປາສັກ ໄດ້ເຂົ້າຈັບຕົວຜູ້ລັກລອບຊື້-ຂາຍຢາບ້າ ໄດ້ 3 ຄົນ, ໃນຂະນະທີ່ ພວກກ່ຽວນັດຊື້-ຂາຍໃຫ້ກັນຢູ່ບ້ານຫຽງ, ເມືອງສຸຂຸມາ, ແຂວງຈຳປາສັກ ພ້ອມ ຢາບ້າ 2.000 ເມັດ ໄປສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະ ບວນການໍາກັນ.
ເຈົ້າໜ້າທີ່ຕໍາຫຼວດ ເປີດເຜີຍໃນວັນທີ 4 ສິງຫາ 2017 ວ່າ: ມີກຸ່ມຄົນບໍ່ດີລັກລອບ ຄ້າຂາຍຢາບ້າຢູ່ເຂດບ້ານຫຽງ, ເມືອງສຸຂຸ ຈຶ່ງໄດ້ລົງເກັບກຳຂໍ້ມູນ ແລະ ວາງແຜນມ້າງຄະດີດັ່ງກ່າວ ຈົນສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ຄື: ທ້າວ ອຸ້ຍ ອາຍຸ 36 ປີ, ທ້າວ ຈົວ ອາຍຸ 35 ປີ ແລະ ທ້າວ ສຸບັນ ອາຍຸ 53 ປີ ທັງ 2 ຄົນ ຢູ່ບ້ານໂນນແດງ ເໜືອ, ເມືອງສຸຂຸມາ, ແຂວງຈຳປາສັກ ພ້ອມຂອງກາງ ຢາບ້າ 2.000 ເມັດ, ລົດຈັກ 3 ຄັນ ແລະ ໂທລະສັບ 2 ໜ່ວຍ.
ປັດຈຸບັນ, ພວກກ່ຽວຖືກເຈົ້າໜ້າທີ່ກັກໄວ້ໃນຄ້າຍຄຸມຂັງດັດສ້າງ ເພື່ອສືບສວນ-ສອບສວນ ຫາເຄືອຂ່າຍຮ່ວມຂະບວນການ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ