ໃນວັນທີ 2 ສິງຫາ 2017 ພະແນກອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 1933/ອຄ.ນວ.ຄພນ ເຖິງບັນດາຫົວໜ່ວຍ ທຸລະກິດການຜະລິດ, ຜູ້ນຳເຂົ້າ ແລະ ຜູ້ຈຳໜ່າຍສິນຄ້າ ເລື່ອງຫ້າມຈຳໜ່າຍ ຫຼື ສະໜອງສິນຄ້າ ທີ່ບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ເຈືອປົນ ຫຼື ໝົດອາຍຸການບໍລິໂພກ.ໃນແຈ້ງການລະບຸວ່າ:
1. ຫ້າມນໍາເອົາສິນຄ້າ ທີ່ບໍ່ມີຄວາມປອດໄພ ບໍ່ໄດ້ມາດຕະຖານ, ເຈືອປົນ, ປົນເປື້ອນ ຫຼື ໝົດອາຍຸການບໍລິໂພກ ອອກຈໍາໜ່າຍ ຫຼື ສະໜອງໃຫ້ແກ່ສັງຄົມຢ່າງເດັດຂາດ
2. ໃຫ້ເອົາໃຈໃສ່ກວດຄືນສິນຄ້າພາຍໃນບໍລິສັດ, ໂຮງງານ ຫຼື ຮ້ານຈໍາໜ່າຍຂອງຕົນຢ່າງເປັນປົກກະຕິ, ຫາກມີສິນຄ້າ ດັ່ງທີ່ໄດ້ກ່າວມາຂ້າງເທິງນີ້ ແມ່ນຕ້ອງແຍກອອກ ແລະ ເກັບຮັກສາໄວ້ສະເພາະ ເພື່ອຈັດສົ່ງຄືນໃຫ້ບໍລິສັດ ຫຼື ທຳລາຍຖີ້ມ ບໍ່ໃຫ້ນຳມາວາງຈຳໜ່າຍ.
3. ສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ເພື່ອຈໍາໜ່າຍພາຍໃນ ໂດຍສະເພາະແມ່ນອາຫານສົດ ເຊັ່ນ: ກຸ້ງ, ຫອຍ, ປູ, ປາ, ປາມຶກ, ໝາກໄມ້, ພືດຜັກ ແລະ ອື່ນໆ ຕ້ອງໄດ້ຮັບການກວດກາ ແລະ ມີເອກະສານຢັ້ງຢືນ ຄວາມຖືກຕ້ອງ ຈາກຂະແໜງການກ່ຽວຂ້ອງ (ເຊັ່ນ:ໃບຢັ້ງຢືນສຸຂະພາບສັດ, ແລະ ພືດ ຈາກພາກສ່ວນກະສິກຳ ແລະ ອຢ ຈາກພາກສ່ວນ ສາທາລະນະສຸກ)
4. ມອບໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ເປັນເຈົ້າການໃນການປະສານສົມທົບ ກັບຂະແໜງການກ່ຽວຂ້ອງລົງໂຄສະນາ, ເຜີຍແຜ່, ແຈ້ງການສະບັບນີ້ ໃຫ້ບັນດານັກທຸລະກິດ ຢູ່ ພາຍໃນຂອບເຂດເມືອງຂອງຕົນຮັບຊາບ, ພ້ອມທັງຕິດຕາມ ແລະ ກວດກາຢ່າງເຂັ້ມງວດ.
5. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດ ຫາກລະເມີດຕໍ່ ແຈ້ງການສະບັບນີ້ ແມ່ນຈະຖືກປະຕິບັດມາດຕະການ ອາຍັດ ຫຼື ຍຶດສິນຄ້າແລ້ວນໍາໄປທໍາລາຍຖິ້ມ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງ, ຜູ້ດຳເນີນທຸລະກິດຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ໃນການເກັບຄືນ ແລະ ທຳລາຍຖິ້ມ, ພ້ອມທັງຖືກປັບໃໝ ແຕ່ 100,000 – 1,000,000 ກີບຕໍ່ຄັ້ງ. ການລະເມີດໃນແຕ່ລະຄັ້ງ ຫາກສົ່ງຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບ, ເສດຖະກິດ ຫຼື ເຖິງແກ່ຊີວິດຂອງຜູ້ບໍລິໂພກ ແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໝາຍ.
ຢ່າງໃດກໍ່ຕາມ ຈາກແຈ້ງການລ້າສຸດຂອງ ພະແນກ ອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ນັ້ນກໍ່ໝາຍວ່າ ທຸກລາຍການສິນຄ້າທີ່ຈຳຫນ່າຍຕ້ອງມີຄຸນນະພາບ, ຖ້າບໍ່ມີຄຸນນະພາບ ເຈົ້າຂອງຮ້ານ ຫຼື ບໍລິສັດຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍ ລວມທັງເຈົ້າໜ້າທີ່ຢູ່ຕາມດ່ານຊາຍແດນ ຫຼື ດ່ານປະເພນີ ຕ້ອງໄດ້ເຄັ່ງຄັດລະບຽບຮ່ວມກັນ ເພາະຖ້າສິນຄ້າເຂົ້າມາ ກໍ່ຕ້ອງຜ່ານເຈົ້າໜ້າທີ່ກ່ຽວຂ້ອງຢູ່ດ່ານຜ່ານແດນກ່ອນ ເວັ້ນເສຍແຕ່ລັກລອບເຂົ້າໂດຍບໍ່ຜ່ານດ່ານ.
ສໍາລັບ 9 ມາດຕະການ ທີ່ກະຊວງ ອຸດສາຫະກໍາ ແລະ ການຄ້າ ປະກາດໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ກຳນົດໄວ້ຄື:
1. ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ດໍາລັດ 474/ນຍ ກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ພ້ອມທັງທົບທວນຄືນດໍາລັດ 474/ນຍ ແລະ ຄົ້ນຄວ້າອອກລະບຽບເພີ່ມຕື່ມ ຫຼື ບົດແນະນຳການຈັດຕັ້ງປະຕິບັດ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອໃຫ້ແທດເໝາະກັບສະພາບປັດຈຸບັນ.
2. ສືບຕໍ່ປະສານກັບພາກສ່ວນທີ່ກ່ຽວຂ້ອງໃນການກໍານົດໂຄງສ້າງລາຄາສິນຄ້າ ແລະ ຄ່າບໍລິການ ໃນບັນຊີສິນຄ້າຄວບຄຸມ.
3. ສືບຕໍ່ປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ໂດຍແກ້ໄຂຂັ້ນຕອນ ແລະ ຂອດຕ່າງໆ ທີ່ບໍ່ສະດວກ ສ້າງຄວາມຫຍຸ້ງຍາກທັງເປັນການເພີ່ມຕົ້ນທຶນ ໃຫ້ແກ່ການດຳເນີນທຸລະກິດ ດ້ວຍການປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ແກ່ການດຳເນີນທຸລະກິດ ດ້ວຍການປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ( ສະບັບປັບປຸງ ) ແລະ ສຸ່ມໃສ່ຜັນຂະຫຍາຍກົດໝາຍດັ່ງກ່າວໃຫ້ເປັນກົນໄກ ແລະ ລະບຽບການບໍລິການການລົງທຶນຜ່ານປະຕູດຽວ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໂດຍໄວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ໂດຍສະເພາະຂະແໜງການຜະລິດ ແລະ ປຸງແຕ່ງ.
4. ສືບຕໍ່ສົມທົບກັບເຈົ້າໜ້າທີ່ພາສີ, ຕໍາຫຼວດເສດຖະກິດ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ປາບປາມການຄ້າຂາຍເຖື່ອນ, ການຄ້າສິນຄ້ານອກລະບົບ ເຮັດໃຫ້ເຂົ້າສູ່ລະບົບ ຕາມລະບຽບການທີ່ກຳນົດໄວ້.
5. ສືບຕໍ່ປະຕິບັດນະໂຍບາຍຊຸກຍູ້-ສົ່ງເສີມການຜະລິດ ແລະ ມາດຕະການອື່ນທີ່ຕິດພັນກັບຂະແໜງອຸດສະຫະກໍາ ແລະ ການຄ້າ ເພື່ອຫຼຸດຜ່ອນຕົ້ນທຶນຂອງຜູ້ປະກອບການພາຍໃນ.
6. ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອສ້າງຜູ້ປະກອບກິດຈະການໃໝ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວິສະຫະກິດຂະໜາດກາງຂອງລາວ ໃຫ້ມີຄວາມສາມາດໃນການແກ່ງແຍ້ງແຂ່ງຂັ້ນ ໃນຕະຫຼາດພາຍໃນ ກໍ່ຄືສາກົນ.
7. ສືບຕໍ່ປະສານສົມທົບແໜ້ນກັບສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາທ້ອງຖິ່ນ ເພື່ອຊ່ວຍຊີ້ນໍາ ນໍາພາ ແລະ ຊຸກຍູ້ການປະຕິບັດວຽກງານຄຸ້ມຄ້ອງລາຄາ ແລະ ຄ່າບໍລິການ ໃນຂອບເຂດທົ່ວປະເທດ ໃຫ້ເປັນໄປໃນທິດທາງ ແລະ ລວງດຽວກັນ ເພື່ອນຳໃຊ້ເຄື່ອງມືລາຄາໃນການຊຸກຍູ້ສົ່ງເສີມການຜະລິດ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ຮັບປະກັນຜູ້ຊົມໃຊ້ໄດ້ຮັບຄວາມຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມກົດໝາຍ.
8. ສືບຕໍ່ປະສານສົບທົບກັບທະນາຄານ ແຫ່ງ ສປປ ລາວ ເພື່ອຮັກສາອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບປົກກະຕິ. ພ້ອມດຽວກັນນັ້ນ, ເຫັນຄວນໃຫ້ມີການສືບຕໍ່ໃຊ້ເງິນກີບປະເພດໃບນ້ອຍ ເພື່ອຮັກສາການເພີ່ມຂຶ້ນຂອງລາຄາສິນຄ້າ ບໍ່ໃຫ້ສູງຢ່າງກ້າວກະໂດດ;
9. ສືບຕໍ່ປະສານກັບກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງເຄື່ອງມືໃນການດັດສົມລາຄາສິນຄ້າ.
Editor: ຕະວັນ ແສງສະຫວັນ