ໃນວັນທີ 19 ກໍລະກົດ ຜ່ານມານີ້, ໜ່ວຍງານຕໍາຫຼວດວິຊາສະເພາະ ປກສ ເມືອງຫາດຊາຍຟອງ ໄດ້ຈັບຕົວທ້າວ ຈີ່ມມີ້ ອາຍຸ 25 ປີ ຢູ່ບ້ານທ່າມ່ວງ, ເມືອງຫາດຊາຍຟອງ ພ້ອມຂອງກາງ ຢາບ້າ 185 ເມັດ. ຈາກ ຜົນການສອບສວນຜູ້ກ່ຽວຮັບສາລະພາບວ່າ: ຢາບ້າ ຈຳນວນດັ່ງກ່າວ ແມ່ນໄດ້ຊື້ນຳ ທ້າວ ທວານ ບໍ່ຮູ້ບ່ອນຢູ່ ເພື່ອເອົາໄປຂາຍໃຫ້ກັບໄວລຸ້ນ ທີ່ຕິດຢາເສບຕິດ.
ກ່ອນມື້ຖືກຈັບຕົວ ໃນວັນທີ 19 ກໍລະກົດ 2017 ໄດ້ໄປຊື້ຢາບ້າ 185 ເມັດ ນໍາຄົນຮູ້ຈັກ ໂດຍນັດຊື້-ຂາຍກັນຢູ່ສະຖານນີລົດໄຟ ເຂດບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ. ພາຍຫຼັງກັບມາ ຮອດທາງເຂົ້າບ້ານກໍຖືກເຈົ້າໜ້າທີ່ຈັບຕົວກ່ອນ ພ້ອມຂອງກາງ. ຈາກການສອບສວນຂະຫຍາຍຜົນ ກໍສາມາດຕິດຕາມຈັບຜູ້ຖືກຊັດ ທອດໄດ້ອີກ 1 ຄົນ ຊື່ ທ້າວ ສຳລວຍ ອາຍຸ 23 ປີ ຄົນບ້ານດຽວກັນ.
Editor: ຕະວັນ ແສງສະຫວັນ