ທ່ານ ຄໍາລຽນ ພົນເສນາ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ໃນປັດຈຸບັນ ການລົງທຶນຮ່ວມ ພາກລັດ-ເອກະຊົນ ຫຼື ທີ່ເອີ້ນວ່າ PPP ໄດ້ກາຍເປັນຮູບແບບການລົງທຶນໜຶ່ງ ທີ່ໄດ້ຖືກນຳໃຊ້ ແລະ ມີຜົນສຳເລັດຢູ່ໃນຫຼາຍປະເທດໃນຂົງເຂດອາຊີ ແລະ ໃນເອີຣົບ.
ສໍາລັບ ສປປ ລາວ ລັດຖະບານ ກໍເຫັນໄດ້ຄວາມສໍາຄັນຂອງການສ້າງຄວາມເຂັ້ມແຂງໃຫ້ພາກລັດ ໃນການຄຸ້ມຄອງ ແລະ ບໍລິຫານການລົງທຶນພາກເອກະຊົນຈຶ່ງໄດ້ເກີດມີໂຄງການທີ່ເອິ້ນວ່າ: ໂຄງການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງ ແລະ ບໍລິຫານຂອງພາກລັດ ພາຍໃຕ້ການຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານ ພັດທະນາອາຊີ (ADB) ທີ່ມີກະຊວງພາຍໃນເປັນຜູ້ຮັບຜິດຊອບໂຄງການ ແລະ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ຈັດຕັ້ງປະຕິບັດອົງປະກອງທີ 3 ຄື: ໂຄງການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງບໍລິຫານການລົງທຶນ ທີ່ໄດ້ເຊັນສັນຍາກັນໃນປີ 2013 ແລະ ເລີ່ມປະຕິບັດຕົວຈິງນັບແຕ່ນັ້ນມາ. ສໍາລັບ ອົງປະກອບທີ 1 ແລະ 2 ແມ່ນກະຊວງພາຍໃນ ແລະ ກະຊວງການເງິນຮັບຜິດຊອບໂດຍກົງ.
ໃນຫົວຂໍ້ ໂຄງການສ້າງຄວາມເຂັ້ມແຂງດ້ານການຄຸມຄອງບໍລິຫານການລົງທຶນ ແມ່ນການສ້າງນະໂຍບາຍ, ການສ້າງນິຕິກຳ ແລະ ສ້າງຄວາມເຂັ້ມແຂງໃຫ້ພາກລັດໃນການຈັດຕັ້ງປະຕິບັດ PPP ຢູ່ ສປປ ລາວ ເຊິ່ງປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ແລະ ຊ່ຽວຊານ ADB ຄົ້ນຄວ້າ ແລະ ຮ່າງດຳລັດ ວ່າດ້ວຍການລົງທຶນຮ່ວມ ພາກລັດ-ເອກະຊົນ ຂອງ ສປປ ລາວ ແລະ ໄດ້ຜ່ານການທາບທາມຄຳຄິດຄຳເຫັນຈາກພາກລັດ, ທຸລະກິດ ແລະ ອົງການຈັດຕັ້ງສາກົນຫຼາຍຄັ້ງ, ຄາດວ່າຈະໄດ້ນຳສະເໜີລັດຖະບານພິຈາລະນາຮັບຮອງເອົາໃນທ້າຍປີ 2018.
ທ່ານ ຍັງໄດ້ກ່າວອີກວ່າ: ການລົງທຶນໃນຮູບແບບ PPP ເປັນອັນໃໝ່ ສຳລັບ ສປປ ລາວ ແຕ່ໃນຕົວຈິງພວກເຮົາກໍໄດ້ມີຕົວແບບທີ່ດີໃນຂະແໜງໄຟຟ້ານ້ຳຕົກທີ່ເຮັດໃນຮູບແບບ BOT (ເປັນຮູບແບບໜຶ່ງຂອງ PPP) ແລ້ວຈຸດດີພື້ນຖານແມ່ນລັດຖະບານ ຮັກສາຖານະເປັນເຈົ້າຂອງໂຄງການຢ່າງເຕັມສ່ວນແຕ່ນຳໃຊ້ທຶນຮອນ, ຄວາມຮູ້ ແລະ ປະສົບການທີ່ດີຂອງພາກເອກະຊົນ ເຂົ້າມາຊ່ວຍໃນການດຳເນີນສຶກສາ, ອອກແບບ ແລະ ພັດທະນາໂຄງການ ໂດຍມີການຈັດແບ່ງຄວາມສ່ຽງລະຫວ່າງພາກລັດ ແລະ ເອກະຊົນ ໂດຍມີສັນຍາໄລຍະຍາວຮ່ວມກັນ ແທນທີ່ລັດຈະເປັນຜູ້ແບກຫາບດ້ານທຶນຮອນ ແລະ ຄວາມສ່ຽງທັງຫມົດພຽງຜູ້ດຽວ ເຊິ່ງໃນເງື່ອນໄຂທີ່ກຳລັງປະເຊີນບັນຫາດ້ານງົບປະມານ ຄືໃນປັດຈຸບັນ ການນຳໃຊ້ຮູບແບບ PPP ຈະຊ່ວຍແກ້ໄຂບັນຫາດັ່ງກ່າວພ້ອມທັງຍົກປະສິດທິພາບ ປະສິດທິຜົນຂອງການເງິນທີ່ໄດ້ລົງທຶນ
Editor: ຕະວັນ ແສງສະຫວັນ