ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນີເຈີລາວ ໄດ້ເປີດເຜີຍວ່າ: ປັດຈຸບັນ ຜູ້ປະກອບການທຸລະກິດລາວໄດ້ພົບຫຼາຍບັນຫາ ທີ່ເປັນອຸປະສັກທີ່ເຮັດໃຫ້ການດຳເນີນທຸລະກິດຂາດໃຫ້ເຂັ້ມແຂງ ແລະ ບໍ່ມີການແຂ່ງຂັນ. ສະນັ້ນ ຂະແໜງການກ່ຽວຂ້ອງຂອງພາກລັດ ກໍ່ຕ້ອງມີການປັບປຸງຫຼາຍບັນຫາ ທີ່ພາກທຸລະກິດສະເຫນີ ເພື່ອເຮັດໃຫ້ບັນຍາກາດໃນການດຳເນີນທຸລະກິດ ມີຄວາມຄ່ອງຕົວຫຼາຍຂຶ້ນເພື່ອແຂ່ງຂັນໃນເວທີ່ສາກົນ.
ທ່ານກ່າວວ່າ: ໃນໄລຍະຜ່ານມາ ການດຳເນີນທຸລະກິດ ກໍ່ມີຂໍ້ສະດວກ ແລະ ຍັງມີບາງຈຸດທີ່ພາກລັດເອງ ກໍ່ຕ້ອງໄດ້ປັບປຸງ ເພື່ອເຮັດໃຫ້ທຸລະກິດລາວມີຄວາມເຂັ້ມແຂງ ເປັຍຕົ້ນແມ່ນ: 1 ຕ້ອງຂໍໃຫ້ພັກ-ລັດຖະບານ ເບິ່ງຄືນ ແລະ ປັບປຸງກົດໝາຍສົ່ງເສີມທຸລະກິດໃຫ້ໄດ້ຢ່າງແຂງແຮງ ແລະ ຄົບຖ້ວນ ຖືກຕ້ອງກັບສະພາບການດຳເນີນທຸລະກິດໃນປັດຈຸບັນ , 2 ພາຍຫຼັງມີກົດໝາຍແລ້ວ ກໍ່ຕ້ອງປະຕິບັດ ກົດໝາຍໃນການສົ່ງເສີມທຸລະກິດຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອໃຫ້ມີຄວາມເປັນທຳ ແລະ ໂປ່ງໃສ ຖ້າຜິດກໍ່ວ່າໄປຕາມຜິດ ຖືກກໍ່ວ່າໄປຕາມຖືກ ແລະ 3 ຂໍໃຫ້ລັດຖະບານ ກໍ່ຄືຂະແໜງການກ່ຽວຂ້ອງ ເບິ່ງຄືນນັກທຸລະກິດຜູ້ທີ່ເຮັດແທ້ທຳຈິງ, ນັກທຸລະກິດທີ່ມີຜົນສຳເລັດ ມີຜົນງານຜົນສຳເລັດທີ່ເປັນຮູບປະທຳ, ຖ້າມີບັນຫາກໍ່ຕ້ອງພ້ອມຮັບຟັງ ແລະ ຊ່ວຍເຫຼືອແກ້ໄຂ ຈຶ່ງຈະເຮັດ ໃຫ້ທຸລະກິດລາວພົ້ນເດັ່ນ ຂຶ້ນໃນປະເທດລາວ.
ທ່ານກ່າວອີກວ່າ ທຸລະກິດຂະໜາດນ້ອຍ ແລະ ກາງໃນປະເທດລາວກວມ 95% ແຕ່ຂໍ້ມູນລາຍລະອຽດ ຕ່າງໆ ພວກເຮົາຍັງບໍ່ທັນ ມີຕົວເລກຂໍ້ມູນທີ່ຊັດເຈນ. ຕໍ່ອຸປະສັກຂອງສະມາຄົມເຟິນີເຈີ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍ່ໄດ້ເອົາໃຈໃສ່ ເຊິ່ງທີ່ປຶກສາກິດຕິມາສັກ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍ່ໄດ້ຍົກເອົາບັນຫາການເພີ່ມລາຍການ ບັນຊີໄມ້ ເພື່ອເຮັດໃຫ້ຜູ້ປະກອບການປຸງແຕ່ງເຟີນີເຈີ ທີ່ເປັນຜະລິດຕະພັນສຳເລັດຮູບ ໃຫ້ມີຄວາມອາດສາມາດສົ່ງອອກໄປຕ່າງປະເທດໄດ້.
Editor: ຕະວັນ ແສງສະຫວັນ