ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ,ທໍາມະຊາດ ແລະ ສິ່ງແວດລ້ອມຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານ ສປ ຈີນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍ ການປະຕິບັດໂຄງການກໍ່ສ້າງ ສະຖານີວັດແທກແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວ ຂຶ້ນໃນເມື່ອບໍ່ດົນມານີ້, ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ນະຄອນຫຼວງວຽງຈັນ.
ໃນການເຊັນສັນຍາຄັ້ງນີ້, ເຂົ້າຮ່ວມໂດຍ ທ່ານ ຂັນມະນີ ຂຸນພົນ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ທ່ານ ຫວັງສີຮຸ່ຍ ທູດເສດຖະກິດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈໍາ ສປປ ລາວ ພ້ອມທັງມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການນີ້ ແມ່ນອີງຕາມສັນຍາແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງສະຖານີວັດແທກແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວ ແຫ່ງ ສປປ ລາວ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ, ສະບັບລົງວັນທີ 08 ກັນຍາ 2016. ເຊີ່ງໂຄງການດັ່ງກ່າວ ເປັນໂຄງການຮ່ວມມື ລາວ-ຈີນ ຊຶ່ງແຕ່ລະຝ່າຍມີຄວາມຮັບຜິດຊອບແລະ ມີຜົນປະໂຫຍດຮ່ວມກັນ ແລະ ເປັນໂຄງການທີ່ສໍາຄັນຂອງວຽກງານແຜ່ນດິນໄຫວໃນປະເທດລາວ ແລະ ສືບຕໍ່ເກັບກໍາຂໍ້ມູນແຜ່ນດິນໄຫວໃນປະເທດລາວ ໃຫ້ເປັນລະບົບຄົບຊຸດ, ຖືກຕ້ອງຕາມເຕັກນິກວິຊາການ ແລະ ມາດຕະຖານສາກົນ.
Editor: ກຳປານາດ ລັດຖະເຮົ້າ